ຂ່າວສານ

ຄະ​ນະກວດ​ກາ​ລັດ​ຖະ​ບານ ລົງ​ກວດ​ກາ​ວຽກ​ງານ​ຕ້ານ​ການ​ຂຸດ​ຄົ້ນ IUU ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ວັນທີ 16 ທັນວາ, ຄະນະປະຕິບັດງານໂດຍທ່ານ ຫງວຽນກວັກດວ່ານ ຮອງປະທານຜູ້ປະຈຳການອົງການກວດກາລັດຖະບານ ໄດ້ນຳໜ້າຄະນະລົງໄປກວດກາ, ສຳຫຼວດສະພາບການຕົວຈິງຂອງວຽກງານຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຢູ່ຕາແສງ ລອງຫາຍ, ນະຄອນ ໂຮ່ຈີມິນ.
  ຄະນະກວດກາລັດຖະບານລົງກວດກາ (ພາບ: TTXVN)  

ໃນບັນດາສະຖານທີ່ດຳເນີນການກວດກາ, ທ່ານ ຫງວຽນກວັກດວ່ານ ສະເໜີໃຫ້ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ສືບຕໍ່ຊີ້ນຳບັນດາພະແນກ, ຂະແໜງການ ແລະ ທ້ອງຖິ່ນ ເພີ່ມທະວີການໜູນຊ່ວຍຊາວປະມົງ, ພິຈາລະນາສ້າງສຳເນົາເອກະສານໃຫ້ສົມບູນແບບ, ປັບປຸງບັນດາເອກະສານທີ່ຈຳເປັນຕາມຂໍ້ກຳນົດເພື່ອໃຫ້ເຮືອຫາປານີ້ມີເງື່ອນໄຂເຄື່ອນໄຫວຂຸດຄົ້ນຖືກຕ້ອງຕາມກົດໝາຍ.

        ໃນທ່າເຮືອຫາປາ ເຕິນເຟຶອກ, ຄະນະປະຕິບັດງານໄດ້ຂຶ້ນເຮືອຫາປາທີ່ພວມທຽບທ່າ ເພື່ອຢື້ຢາມຖາມຂ່າວຊາວປະມົງກ່ຽວກັບແບບວິທີຂຸດຄົ້ນ, ສະພາບແວດລ້ອມການເຄື່ອນໄຫວ; ກວດກາເອກະສານທາງດ້ານນິຄິກຳຕ່າງໆ, ປຶ້ມບັນທຶກການຂຸດຄົ້ນປະຈຳວັນ, ອຸປະກອນຕິດຕາມກວດກາວິວັດການເຄື່ອນໄຫວ (VMS). ຄະນະກໍໄດ້ລົງກວດກາການເຄື່ອນໄຫວລະບົບກວດກາທີ່ມາຂອງສິນໃນນ້ຳແບບເອເລັກໂຕນິກ (eCDT), ຕິດຕາມຈຸດພິກັດຂອງເຮືອຫາປາເຂົ້າ-ອອກຈາກທ່າ ຜ່ານລະບົບຕິດຕາມ ແນໃສ່ຮັບປະກັນລັກສະນະໂປ່ງໃສ, ຄົບຊຸດໃນການຄຸ້ມຄອງການເຄື່ອນໄຫວຂຸດຄົ້ນສິນໃນນໍ້າ.


top