ຂ່າວສານ

ຄະນະເຈົ້າໜ້າທີ່ຂັ້ນສູງຫຼາຍຄະນະກະຊວງການຕ່າງປະເທດ ອາເມລິກາ ໄປປະຕິບັດງານຢູ່ອາຊີຕາເວັນອອກສ່ຽງໃຕ້

ພ້ອມກັບການປະຕິບັດງານຂອງທີ່ປຶກສາ Chollet ແລ້ວ, ທ່ານ Wendy Sherman, ຮອງລັດຖະມົນຕີຜູ້ທີ່ໜຶ່ງກະຊວງການຕ່າງປະເທດ ອາເມລິກາ ໄດ້ເລີ່ມເດີນທາງໄປປະຕິບັດງານຢູ່ ສ. ເກົາຫຼີ, ຟີລິບປິນ, ຫວຽດນາມ ແລະ ລາວ.
  ທ່ານນາງ Wendy Sherman, ຮອງລັດຖະມົນຕີຜູ້ທີ່ໜຶ່ງກະຊວງການຕ່າງປະເທດ ອາເມລິກາ ໄດ້ໄປປະຕິບັດງານຢູ່ ສ. ເກົາຫຼີ, ຟີລິບປິນ, ຫວຽດນາມ ແລະ ລາວ. (ພາບ: AFP )  

 ກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງຂ່າວວ່າ: ທ່ານ Dereck Chollet, ທີ່ປຶກສາຂັ້ນສູງຂອງທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ Antony Blinken ຈະຢ້ຽມຢາມ ໄທ, ສິງກະໂປ ແລະ ບຣູໄນ ໃນລະຫວ່າງວັນທີ 7 – 14 ມິຖຸນາ ເພື່ອເສີມຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ແລະ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງອາເມລິກາ ໃນການຮ່ວມມືກັບບັນດາປະເທດພັນທຳມິດ, ຄູ່ຮ່ວມມືໃນພາກພື້ນ.

ພ້ອມກັບການປະຕິບັດງານຂອງທີ່ປຶກສາ Chollet ແລ້ວ, ທ່ານ Wendy Sherman, ຮອງລັດຖະມົນຕີຜູ້ທີ່ໜຶ່ງກະຊວງການຕ່າງປະເທດ ອາເມລິກາ ໄດ້ເລີ່ມເດີນທາງໄປປະຕິບັດງານຢູ່ ສ. ເກົາຫຼີ, ຟີລິບປິນ, ຫວຽດນາມ ແລະ ລາວ.

ກໍ່ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ທ່ານ Todd Robinson, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ, ຮັບຜິດຊອບບັນດາບັນຫາກ່ຽວກັບຢາເສບຕິດ ແລະ ປະຕິບັດກົດໝາຍສາກົນຈະເດີນທາງຢ້ຽມຢາມໄທ, ຫວຽດນາມ ແລະ ສປປ ລາວ ແຕ່ວັນທີ 6 – 17 ມິຖຸນາ ເພື່ອທາບທາມຄວາມເຫັນ ແລະ ແລກປ່ຽນການຮ່ວມມືກ່ຽວກັບບັນຫາອາດຊະຍາກຳຂ້າມຊາດ.

top