ຂ່າວສານ

ຄະນະສີມືແຮງງານ ຫວຽດນາມ ຖືກຈັດອັນດັບທີ 2 ໃນການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12

      ງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 ໄດ້ດຳເນີນແຕ່ວັນທີ 26 ສິງຫາ - ວັນທີ 05 ກັນຍາ ຢູ່ປະເທດ ໄທ,

ຄະນະສີມືແຮງງານ ຫວຽດນາມ ຖືກຈັດອັນດັບທີ 2 ໃນການແຂ່ງຂັນສີມືແຮງງານ ອາຊຽນ
ຄັ້ງທີ 12 (ພາບອິນເຕີແນັດ)
      ໄດ້ດຶງດູດການເຂົ້າຮ່ວມຂອງນາຍຊ່າງ 337 ຄົນທີ່ມາຈາກ 10 ປະເທດ ຊຶ່ງແຂ່ງຂັນຢູ່ 26 ອາຊີບ. ຄະນະສີມືແຮງງານ ຫວຽດນາມ ມີ 52 ຄົນ, ແຂ່ງຂັນຢູ່ 26 ອາຊີບ.
        ດ້ວຍສານທີ່ວ່າ “ທັກສະອາຊີບ ອາຊຽນ, ສ້າງຂໍ້ລິເລີ່ມອະນາຄົດ”, ຄະນະສີມືແຮງງານໄດ້ເຂົ້າຮ່ວມໃນບັນດາການເຄື່ອນໄຫວຂອງງານແຂ່ງຂັນຢ່າງຄົບຖ້ວນ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດບັນດາປະເທດໃນກຸ່ມ ອາຊຽນ. ໝາກຜົນຂອງການແຂ່ງຂັນສີມືແຮງງານແມ່ນ ຄະນະສີມືແຮງງານ ຫວຽດນາມ ຖືກຈັດອັນດັບທີ 2 ດ້ວຍຫຼຽນຄຳ 7 ຫຼຽນ.
 (ແຫຼ່ງຄັດຈາກ VOV)


top