ຂ່າວສານ

ຄະນະຜູ້ແທນສູນກາງແນວລາວສ້າງຊາດມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ

ວັນທີ 30 – 31 ມີນາ, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ໂດຍທ່ານນາງ ຍອດແກ້ວມະນີ ສຸພານຸວົງ, ຮອງປະທານສູນກາງແນວລາວສ້າງຊາດເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ.
 
ຄະນະຜູ້ແທນສູນກາງແນວລາວສ້າງຊາດມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ (ພາບອິນເຕີແນັດ)

ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານພັດທະນາແນວໂຮມປະເທດຊາດ. ທ່ານປະທານຄະນະກຳມະການແນວໂຮມປະເທດຊາດແຂວງ ກວາງນິງ ຫງວຽນວັນເຫືອງ ໄດ້ແນະນຳໂດຍສັງເຂບກ່ຽວກັບທີ່ຕັ້ງພູມສາດ, ຊັບພະຍາກອນທຳມະຊາດ, ປະຊາຊົນ ແລະ ເສດຖະກິດ - ສັງຄົມຂອງແຂວງ, ຄວາມສວຍງາມຂອງມໍລະດົກທຳມະຊາດໂລກ ອ່າວ ຫ້າລອງ.

        ສ່ວນທ່ານນາງຮອງປະທານສູນກາງແນວລາວສ້າງຊາດ ຍອດແກ້ວມະນີ ສຸພານຸວົງ ມີຄວາມເຊື່ອໝັ້ນຕໍ່ນ້ຳໃຈສາມັກຄີຂອງ 2 ປະເທດ ຫວຽດນາມ - ລາວ, ແລະ ສະແດງຄວາມປາດຖະໜາວ່າຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດແຂວງ ກວາງນິງ ສືບຕໍ່ຊ່ວຍເຫຼືອແນວລາວສ້າງຊາດ ກ່ຽວກັບບົດຮຽນທາງດ້ານທິດສະດີກໍ່ຄືທາງດ້ານພຶດຕິກຳຕົວຈິງໃນການເຄື່ອນໄຫວວຽກງານແນວໂຮມ.

(ແຫຼ່ງຄັດຈາກ VOV)



top