ຂ່າວສານ

ຄະນະຜູ້ແທນສະຫະພັນແມ່ຍິງ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ອາກຊັງຕີນ

ແຕ່ວັນທີ 04 – 07 ກໍລະກົດ, ຄະນະຜູ້ແທນສະຫະພັນແມ່ຍິງ ຫວຽດນາມ ໂດຍທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຫງວຽນທິທູຮ່າ ນຳໜ້າໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ອາກຊັງຕີນ.

ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຫງວຽນທິທູຮ່າ ເຮັດວຽກຢູ່ ອາກຊັງຕີນ (ພາບ: Vietnam+) 

ວັນທີ 06 ກໍລະກົດ, ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຫງວຽນທິທູຮ່າ ໄດ້ພົບປະ ແລະ ເຮັດວຽກກັບບັນດາສະມາຊິກສະພາຕ່ຳ ອາກຊັງຕີນ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ອາກຊັງຕີນ - ຫວຽດນາມ. ທີ່ການພົບປະ, ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຫງວຽນທິທູຮ່າ ເນັ້ນໜັກວ່າ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງສົນທິສັນຍາປັດເຂ່ຍທຸກຮູບການຈຳແນກການປະພຶດຕໍ່ແມ່ຍິງ (CEDAW), ປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາຢ່າງເຂັ້ມງວດ, ແລະ ພວມອອກແຮງສູ້ຊົນໃຫ້ບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດຈົນຮອດປີ 2030 ກ່ຽວກັບຄວາມອຶດຫິວທຸກຍາກ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ສົນທິສັນຍາສາກົນອື່ນອີກຫລາຍສະບັບ.

        ທີ່ການພົບປະກັບ ທ່ານ Sergio Javier Wisky ກັບປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອາກຊັງຕີນ - ຫວຽດນາມ ຫວັງວ່າ ໃນສະພາບການປີນີ້ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (25/10/1973 – 25/10/2018), 2 ຝ່າຍຈະສ້າງລາຍການໃຫ້ອຸດົມສົມບູນ ແລະ ມີຄຸນນະພາບ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍກ່ວາອີກ.

(ແຫຼ່ງຄັດຈາກ VOV)



top