ຂ່າວສານ

ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມ ICAPP 10

ຕອນເຊົ້າວັນທີ 25 ຕຸລາ, ກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP) ຄັ້ງທີ 10 ໄຂຂຶ້ນຢູ່ມົດສະກູ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານ, ລວມມີຜູ້ຕາງໜ້າຂອງພັກການເມືອງກວ່າ 70 ທ່ານທີ່ມາຈາກ 40 ປະເທດ ແລະ ບັນດານັກສັງເກດການ.

(ຜູ້ແທນເຂົ້າຮ່ວມກອງປະຊຸມ ICAPP 10)

ຄະນະຜູ້ແທນພັກກອມມູນິດຫວຽດນາມ ນຳໂດຍທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ນຳໜ້າ ເຂົ້າຮ່ວມບັນດາວາລະປະຊຸມຄົບຄະນະຂອງກອງປະຊຸມ ແລະ ດຳເນີນບັນດາການພົບປະ 2 ຝ່າຍ.

        ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຄັ້ງທີ່ໜຶ່ງ ດ້ວຍຫົວຂໍ້ “ບົດບາດຂອງບັນດາພັກການເມືອງ ໃນການຫຼຸດຜ່ອນຄວາມເຄັ່ງຕຶງສາກົນ ແລະ ຕໍ່ສູ້ຕ້ານລັດທິຫົວຮຸນແຮງ”, ທ່ານ ຮ່ວາງບິ່ງກວານ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືລະຫວ່າງບັນດາພັກການເມືອງ ເພື່ອແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງ, ວັດທະນາຖາວອນ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານຮ່ວາງບິ່ງກວນ ສະເໜີໃຫ້ບັນດາພັກການເມືອງຢູ່ອາຊີ ຍົກສູງຈິດໃຈເຈລະຈາ ແລະ ຮ່ວມມື, ມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈ, ແກ້ໄຂບັນດາການຂັດແຍ້ງກັນ ແລະ ການປະທະກັນໂດຍສັນຕິວິທີ, ໂດຍອີງໃສ່ບັນດາຫຼັກການພື້ນຖານກົດບັດສະຫະປະຊາຊາດ ແລະ ບັນດາມາດຖານໃນການພົວພັນສາກົນ.

        ກ່ອນໜ້ານັ້ນ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Boris Gryzlov, ປະທານສະພາພັກປະເທດລັດເຊຍ ເອກະພາບ ແລະ ເຈລະຈາກັບທ່ານ Andrey Revenko, ຮອງເລຂາສະພາທົ່ວພັກລັດເຊຍ ເອກະພາບ.

(ແຫຼ່ງຄັດຈາກ VOV)

 


top