ຂ່າວສານ

ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 36 ຂອງ ຄະນະກຳມະການປະຈຳ ICAPP

      ວັນທີ 3 ກັນຍາ, ຄະນະກຳມະການປະຈຳ ກອງປະຊຸມສາກົນບັນດາພັກການເມືອງ ອາຊີ (ICAPP) ໄດ້ຈັດຕັ້ງ ກອງປະຊຸມຄັ້ງທີ 36 ແບບທາງໄກ ໂດຍມີການເຂົ້າຮ່ວມຂອງ 24 ພັກການເມືອງ ອາຊີ.  ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານນາງ ຫງວຽນທິຮວ່າງເວິນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມ.
ທ່ານນາງ ຫງວຽນທິຮວ່າງເວິນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
      ກອງປະຊຸມດັ່ງກ່າວ ໄດ້ຕີລາຄາກ່ຽວກັບການເຄື່ອນໄຫວຂອງບັນດາພັກການເມືອງ ໃນອາຊີ; ປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວຂອງບັນດາພັກການເມືອງ ອາຊີ ນັບແຕ່ນີ້ ຮອດທ້າຍປີ ແລະ ບັນດາການເຄື່ອນໄຫວຂອງ  ICAPP ໃນປີໜ້າ, ພິເສດແມ່ນວຽກງານກະກຽມການຈັດຕັ້ງ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ICAPP ແລະ ການຮ່ວມມືລະຫວ່າງ ICAPP ກັບ ສປຊ ຄົບຮອບ 20 ປີ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິຮວ່າງເວິນ ກໍໄດ້ນຳສະເໜີບັນດາວິທີການແນໃສ່ຊຸກຍູ້ການເຄື່ອນໄຫວຂອງ ICAPP ໃນສະພາບການໃໝ່; ພ້ອມທັງຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຂອງ ICAPP ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)


top