ຂ່າວສານ

ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ Azerbaijan

      ໂດຍໄດ້ຮັບຄຳເຊີນຈາກທ່ານ Ali Ahmedov, ຮອງນາຍົກລັດຖະມົນຕີ Azerbaijan, ຮອງປະທານພັກ “Azerbaijan ໃໝ່”, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ນຳໜ້າ, ໄປຢ້ຽມຢາມ, ເຮັດວຽກຢູ່ ສ. Azerbaijan ແຕ່ວັນທີ 9 -13 ກັນຍາ. 

ການເຈລະຈາລະຫວ່າງ 2 ຝ່າຍ
      ຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານ Ilham Aliyev, ປະທານາທິບໍດີ Azerbaijan, ປະທານພັກ “Azerbaijan ໃໝ່”; ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ Ali Ahmedov, ຮອງປະທານພັກ “Azerbaijan ໃໝ່”, ເຮັດວຽກກັບທ່ານຮອງປະທານສະພາແຫ່ງຊາດ Bahar Muradova, ພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດ Madmud Mammed – Guliyev… ທີ່ການພົບປະຄັ້ງຕ່າງໆ, 2 ຝ່າຍເຫັນດີເປັນເອກະພາບນຳກັນວ່າການພົວພັນ 2 ປະເທດໃນປະຈຸບັນພັດທະນາອັນດີງາມທີ່ສຸດ. ໃນໄລຍະຈະມາເຖິງ, 2 ປະເທດຈະຕັ້ງໜ້າຜັນຂະຫຍາຍບັນດາມາດຕະການເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງພັກ, ລັດຖະບານ ແລະ ສະພາແຫ່ງຊາດ ແລະ ບັນດາຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ພະລັງງານ, ຄົມມະນາຄົມຂົນສົ່ງ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ… 2 ຝ່າຍຖືວ່າ ນັບແຕ່ເມື່ອ ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນປີ 2013, ບັນດາການເຄື່ອນໄຫວແລກປ່ຽນຄະນະລະຫວ່າງ 2 ພັກໄດ້ຮັບການດຳເນີນເປັນປະຈຳ. ໃນໄລຍະຈະມາເຖິງ, 2 ພັກຕ້ອງເພີ່ມທະວີການຮ່ວມມື, ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນຂອງແຕ່ລະພັກໃນທຸກໆຂົງເຂດວຽກງານ, ແລກປ່ຽນຄະນະຜູ້ແທນຕາມໄລຍະ, ສົມທົບກັນເຄື່ອນໄຫວບົນເວທີປາໄສຫຼາຍຝ່າຍພາກພື້ນ ແລະ ສາກົນ. ສະພາແຫ່ງຊາດ 2 ປະເທດຄວນເພີ່ມທະວີການຮ່ວມມືແລກປ່ຽນບົດຮຽນໃນວຽກງານນິຕິບັນຍັດ, ກວດກາ, ຕິດຕາມກວດກາຢ່າງແທດຈິງ ແລະ ມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

top