ຂ່າວສານ

ຄະນະຜູ້ແທນພັກ Nur Otan ຢ້ຽມຢາມ ຫວຽດນາມ

ຕອນເຊົ້າວັນທີ 21 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ໂດບ໊າຕິ້ ໄດ້ໃຫ້ການຕ້ອນຮັບທ່ານ K.B. Zhumasev ເລຂາສູນກາງພັກ Nur Otan, ສ. ກາຊັກສະຖານ ພວມຢ້ຽມຢາມ ຫວຽດນາມ.

 ທ່ານຮອງປະທານສະພາແຫ່ງຊາດ ໂດບ໊າຕິ້ ໄດ້ໃຫ້ການຕ້ອນຮັບທ່ານ K.B. Zhumasev

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໂດບ໊າຕິ້ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ສ.ກາຊັກສະຖານ, ພິເສດແມ່ນ, ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງພັກ Nur Otan ເວົ້າສະເພາະ ແລະ ບັນດາພັກການເມືອງ ກາຊັກສະຖານ ເວົ້າລວມ ກັບພັກກອມມູນິດ ຫວຽດນາມ. ກ່ຽວກັບການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ທ່ານຮອງປະທານສະພາແຫ່ງຊາດ ໂດບ໊າຕິ້ ປາດຖະໜາວ່າ ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ກາຊັກສະຖານ ຈະນັບມື້ນັບພັດທະນາ, ສະໜິດແໜ້ນ ແລະ ມີປະສິດທິຜົນກ່ວາ.

        ສ່ວນທ່ານ K.B. Zhumasev  ເລຂາສູນກາງພັກ Nur Otan ໃຫ້ຮູ້ວ່າ: ຫວຽດນາມ ແລະ ກາຊັກສະຖານ ມີຈຸດຄ້າຍຄືກັນຫລາຍຢ່າງ, ອາດຈະເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນໃນບັນດາຂົງເຂດນິຕິບັດຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ພ້ອມທັງ ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງ 2 ປະເທດ ຫວຽດນາມ ແລະ ກາຊັກສະຖານ ໃຫ້ນັບມື້ນັບແທດຈິງກ່ວາ.

(ແຫຼ່ງຄັດຈາກ VOV)



top