ຂ່າວສານ

ຄະນະຜູ້ແທນທະຫານຂັ້ນສູງຫວຽດນາມຢ້ຽມຢາມມິດຕະພາບສ.ອິນເດຍຢ່າງເປັນທາງການ

ທ່າ​ນພົນ​ເອກ ​ໂງ​ຊວນ​ລິກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ 
ຫວຽດນາມ ຢ້ຽມຢາມ​ມິ​ດຕະພາບ ອິນ​ເດຍ
(ພາບ: qdnd)
       ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Manohar Parrikar ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.ອິນ​ເດຍ, ທ່າ​ນພົນ​ເອກ ​ໂງ​ຊວນ​ລິກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ​ຄະນຜູ້​ແທນ​ທະຫານ​ຂັ້ນ​ສູງ ຫວຽດນາມ ຢ້ຽມຢາມ​ມິ​ດຕະພາບ ອິນ​ເດຍ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 04 – 07/12. ທີ່​ພິທີ​ຕ້ອນຮັບ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 05/12. ທ່ານ Manohar Parrikar ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ​ເນັ້ນ​ໜັກ​ວ່າ: ອິນ​ເດຍ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ, ​ໃນ​ນັ້ນ ມີ​ຂົງ​ເຂດ​ປ້ອງ​ກັນຊາ​ດ. ທ່ານ​ລັດຖະມົນຕີ ​ໂງ​ຊວນ​ລິກ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ຮອບ​ດ້ານ​ກັບ ອິນ​ເດຍ, ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ປ້ອງ​ກັນຊາ​ດ. ​ເລື່ອງ​ນຳ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ກໍ່ສ້າງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ເຊິ່ງການ​ນຳ​ຂັ້ນ​ສູງ​ໄດ້​ເຫັນ​ດີ​​ເປັນ​ເອກະ​ພາບເມື່ອ​ເດືອນ 9/2016. ລັດຖະມົນຕີ​ທັງ 2 ທ່ານ​ເຫັນ​ດີ​ເປັນ​ເອກະ​ພາບ​ໂດຍ​ຖື​ວ່າ: ​ເລື່ອງ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື ​ໃນ​ນັ້ນ​ມີ​ການຮ່ວມ​ມື​ດ້ານ​ປ້ອງ​ກັນຊາດລະຫວ່າງ 2 ປະ​ເທດ, ຈະ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ. 2 ຝ່າຍ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກໍ່ສ້າງ, ຮ່ວມ​ມື​ກອງ​ທັບ​ເຮືອ, ບັນດາ​ການຊອກ​ຫາ​ເຄື່ອນ​ໄຫວ​ຮ່ວມ​ກ່ຽວ​ກັບ​ການ​ກູ້​ໄພ​ກູ້​ຊີບບົນ​ທະ​ເລກ່ວາ​ອີກ, ປະຕິບັດ​ປະມວນ​ຂໍ້​ກຳນົດ​ຫຼີກ​ລ້ຽງການ​ປະ​ທະກັນ​ໂດຍ​ບັງ​ເອີນ​ບົນ​ທະ​ເລ.
 (ແຫຼ່ງຄັດຈາກ VOV)

top