ຂ່າວສານ

ຄະນະຜູ້ແທນຂັ້ນສູງຫ້ອງວ່າການສູນກາງພັກໄປຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ

      ໂດຍໄດ້ຮັບຄຳເຊີນຂອງ ຫ້ອງວ່າການສູນກາງພັກປະຊາຊົນ ກຳປູເຈຍ (CPP), ຄະນະຜູ້ແທນສູນກາງພັກກອມມູນິດ ຫວຽດນາມໂດຍທ່ານ ຫງວຽນວັນເນັນ, ເລຂາທິການສູນກາງພັກ, ນຳໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ ໃນລະຫວ່າງວັນທີ 18 – 20 ສິງຫາ.

ທ່ານ Samdech Hun Sen, ປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍໃຫ້ການຕ້ອນຮັບທ່ານ  ຫງວຽນວັນເນັນ, ເລຂາທິການສູນກາງພັກ
      ທີ່ນະຄອນຫຼວງ ພະນົມເປັນ, ທ່ານ Samdech Hun Sen, ປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ, ທ່ານ Samdech Say Chhum ຮອງປະທານ ພັກ CPP, ປະທານສະພາສູງລາຊະອານາຈັກ ກຳປູເຈຍ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ຫ້ອງວ່າການສູນກາງພັກ ຫວຽດນາມ.
        ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນັນ ໄດ້ຢັ້ງຢືນວ່າ ບໍ່ວ່າໃນສະພາບການໃດ, ຫວຽດນາມກໍ່ຈະພ້ອມກັບ ກຳປູເຈຍ ຮັກສາ ແລະ ພັດທະນາການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ ສອງປະເທດ, ເພື່ອການພັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໂລກ. ທ່ານ Samdech Hun Sen ນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ, ທ່ານ Samdech Say Chhum ຮອງປະທານພັກ CPP, ປະທານສະພາສູງລາຊະອານາຈັກ ກຳປູເຈຍ, ກໍ່ຢັ້ງຢືນວ່າ ກຳປູເຈຍ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນພ້ອມກັບຫວຽດນາມ ຮັກສາ ແລະ ເພີ່ມພູນຄູນສ້າງການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ ສອງປະເທດ ໃຫ້ ນັບມື້ນັບພັດທະນາ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນທັງສອງປະເທດ.
            ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມໄດ້ເຈລະຈາກັບຄະນະຜູ້ແທນຂັ້ນສູງຫ້ອງວ່າການສູນກາງພັກ CPP ໂດຍທ່ານ Mon Sarin ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ CPP ນຳໜ້າ. ທີ່ການເຈລະຈາສອງຝ່າຍໄດ້ຢັ້ງຢືນວ່າ ຫ້ອງວ່າການສູນກາງພັກສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດໃຫ້ມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)


top