ຂ່າວສານ

ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ກຳປູເຈຍ

ໃນໄລຍະຢູ່ຢ້ຽມຢາມ ກຳປູເຈຍ, ຄາດວ່າ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ຈະເຂົ້າຢ້ຽມຂໍ່ຳນັບບັນດາການນຳພັກປະຊາຊົນ ກຳປູເຈຍ (CPP); ພົບປະເຈລະຈາກັບທ່ານເຈົ້າຄອງນະຄອນ Khuong Sreng
  ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ໄດ້ໄປຮອດນະຄອນຫຼວງ ພະນົມເປັນ (ພາບ:hanoimoi.com.vn)  

 ວັນທີ 26 ເມສາ, ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ໂດຍທ່ານ ດິງຕຽນຢຸງ, ເລຂາຄະນະພັກ, ຫົວໜ້າຄະນະຜູ້ຕາງໜ້າສະມາຊິກສະພາແຫ່ງຊາດນະຄອນ, ເປັນຫົວໜ້າຄະນະ ໄດ້ໄປຮອດນະຄອນຫຼວງ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 26-28 ເມສາ, ຕາມຄຳເຊື້ອເຊີນຂອງເຈົ້າຄອງນະຄອນ ພະນົມເປັນ Khuong Sreng.

ໃນໄລຍະຢູ່ຢ້ຽມຢາມ ກຳປູເຈຍ, ຄາດວ່າ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ຈະເຂົ້າຢ້ຽມຂໍ່ຳນັບບັນດາການນຳພັກປະຊາຊົນ ກຳປູເຈຍ (CPP); ພົບປະເຈລະຈາກັບທ່ານເຈົ້າຄອງນະຄອນ Khuong Sreng ເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືລະຫວ່າງ ຮ່າໂນ້ຍ - ພະນົມເປັນ ໃນໄລຍະຜ່ານມາ, ປຶກສາຫາລື ແລະ ເປັນເອກະພາບຕໍ່ເນື້ອໃນເພີ່ມທະວີການຮ່ວມມືໃນທຸກຂົງເຂດລະຫວ່າງ 2 ນະຄອນຫຼວງ ໃນໄລຍະທີ່ຈະມາເຖິງ.


top