ຂ່າວສານ

ຄະນະຜູ້ແທນການເມືອງຂັ້ນສູງ ກອງທັບ ປະຊາຊົນ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງ ສະຫາຍພົນເອກ ເລືອງເກື່ອງ ເລຂາສູນກາງພັກ, ກຳມະການຜູ້ປະຈຳການ ຄະນະພັກ ການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ, ຄະນະຜູ້ແທນການເມືອງ ຂັ້ນສູງ ກອງທັບປະຊາຊົນລາວ ນຳໂດຍສະຫາຍພົນໂທ ທອງລອຍ ສີລິວົງ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ໄດ້ເດີນທາງມາຢ້ຽມຢາມປະເທດ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 18-22 ມີນາ 2019.

ຕອນເຊົ້າວັນທີ 19 ມີນາ, ທີ່ສະນັກງານກະຊວງ ປ້ອງກັນປະະເທດ ສະຫາຍພົນເອກ ເລືອງເກື່ອງ ໄດ້ເປັນເຈົ້າພາບ ໃນພິທີຕ້ອນຮັບ ສະຫາຍພົນໂທ ທອງລອຍ ສີລິວົງ ແລະ ບັນດາສະມາຊິກ ຄະນະຜູ້ແທນການເມືອງຂັ້ນສູງ ກອງທັບປະຊາຊົນລາວ.

ສະຫາຍພົນເອກ ເລືອງເກື່ອງ ແລະ ສະຫາຍພົນໂທ ທອງລອຍ ສີລິວົງ ກວດແຖວກອງກຽດຕິຍົດ. ພາບ: ເຢືອງຢາງ/VNA

ສະຫາຍພົນເອກ ເລືອງເກື່ອງ ແລະ ສະຫາຍພົນໂທ ທອງລອຍ ສີລິວົງ ພົບປະກັບບັນດາສະມາຊິກ ຄະນະການທະຫານຂັ້ນສູງ
ຂອງສອງປະເທດ ທີ່ພິທີຕ້ອນຮັບ. ພາບ: ເຢືອງຢາງ/VNA

ສະຫາຍພົນເອກ ເລືອງເກື່ອງ ແລະ ສະຫາຍພົນໂທ ທອງລອຍ ສີລິວົງ ພ້ອມກັບບັນດາສະມາຊິກ ຄະນະການທະຫານຂັ້ນສູງ ຂອງສອງປະເທດ ດຳເນີນການພົບປະເຈລະຈາ. ພາບ: ເຢືອງຢາງ/VNA

ຫຼັງຈາກພິທີຕ້ອນຮັບ, ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນ ຫວຽດນາມ ໂດຍ ສະຫາຍພົນເອກ ເລືອງເກື່ອງ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນ ລາວ ໂດຍສະຫາຍພົນໂທ ທອງລອຍ ສີລິວົງ ເປັນຫົວໜ້າຄະນະ ໄດ້ດຳເນີນການພົບປະເຈລະຈາ.
ທີ່ການພົບປະເຈລະຈາ, ສະຫາຍພົນເອກ ເລືອງເກື່ອງ ແລະ ສະຫາຍພົນໂທ ທອງລອຍ ສີລິວົງ ໄດ້ເປັນເອກະພາບກັນ ກັບການຕີລາຄາລວມ ກ່ຽວກັບ ການຮ່ວມມື ລະຫວ່າງ ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ແລະ ກົມໃຫຍ່ການມເມືອງ ກອງທັບປະຊາຊົນ ລາວ ໃນໄລຍະຜ່ານມາ.

ສະຫາຍພົນໂທ ທອງລອຍ ສີລິວົງ ໄດ້ຢືນຢັນ ການພົວພັນ ຮ່ວມມືດ້ານປ້ອງກັນປະເທດ ລະຫວ່າງສອງປະເທດ ເປັນໜຶ່ງ ໃນບັນດາການເຄື່ອນໄຫວອັນສຳຄັນ ຊຶ່ງ ໄດ້ການນຳຂັ້ນສູງ ແລະ ກະຊວງປ້ອງກັນປະເທດ ຂອງສອງປະເທດ ເອົາໃຈໃສ່ຊຸກຍູ້.

ສະຫາຍພົນໂທ ທອງລອຍ ສີລິວົງ ໄດ້ສະແດງ ຄວາມໄວ້ເນື້ອເຊື່ອໃຈ ຕໍ່ການພົວພັນອັນດີງາມລະຫວ່າງ ກອງທັບສອງປະເທດ ຈະປະກອບສ່ວນປັບປຸງ ຮັດແໜ້ນ ຍິ່ງຂຶ້ນ ຄວາມໄວ້ວາງໃຈ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ; ຮັບປະກັນ ສະຖຽນລະພາບດ້ານປ້ອງກັນຄວາມສະຫງົບ, ການເມືອງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ແຕ່ລະປະເທດ.

ໂດຍ: VNA/VNP


top