ຂ່າວສານ

ຄະນະຜູ້ແທນການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດເຂົ້າຢ້ຽມຂ່ຳນັບສຸສານປະມານ ໂຮ່ຈີມິນ

ບັນດາຜູ້ແທນໄດ້ສະແດງຄວາມເຄົາລົບນັບຖືອາໄລຫາປະທານໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນຢ່າງສຸດເຊິ້ງທີ່ມີຕໍ່ຜູ້ນຳແສນເຄົາລົບຮັກ, ນັກວິລະຊົນປົດປ່ອຍຊາດ.


ຄະນະຜູ້ແທນການນຳພັກ,ລັດ,ແນວໂຮມປະເທດຊາດຫວຽດນາມ ພ້ອມກັບ

ບັນດາສະມາຊິກສະພາແຫ່ງຊາດເຂົ້າຢ້ຽມຂ່ຳນັບສຸສານປະມານໂຮ່ຈີມິນ. (ພາບ: quochoi.vn)


ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020) ແລະ ກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ຕອນເຊົ້າວັນທີ 19 ພຶດສະພາ, ຄະນະຜູ້ແທນການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ. ເຂົ້າຮ່ວມພິທີດັ່ງກ່າວມີ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ; ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ; ທ່ານ ເຈິ່ງແທັງເມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມກັບຄະນະກຳມະການກົມການເມືອງ, ເລຂາສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຮອງປະທານປະເທດ, ຮອງນາຍົກລັດຖະມົນຕີ, ພ້ອມກັບການນຳບັນດາກະຊວງ, ຂະແໜງການ… ພວງມາລາ ມີແຖບຜ້າຂຽນວ່າ “ຄິດຮອດຄິດເຖິງບຸນຄຸນປະທານໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ຕະຫຼອດໄປ”. ບັນດາຜູ້ແທນໄດ້ສະແດງຄວາມເຄົາລົບນັບຖືອາໄລຫາປະທານໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນຢ່າງສຸດເຊິ້ງທີ່ມີຕໍ່ຜູ້ນຳແສນເຄົາລົບຮັກ, ນັກວິລະຊົນປົດປ່ອຍຊາດ, ເປັນຄູຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອເອກະລາດ, ເສລີພາບຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ.

        ແລະກໍ່ໃນວັນດຽວກັນ, ຄະນະການນຳຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນ ເປັນຫົວໜ້າຄະນະ, ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາປະທານໂຮ່ຈີມິນ ຢູ່ຫໍພິພິຕະພັນ ໂຮ່ຈີມິນ ແລະ ສວນສາທາລະນະອະນຸສາວະລີໂຮ່ຈີມິນ ຢູ່ຖະໜົນຍ່າງ ຫງວຽນເຫ້ວ ເຊັນດຽວກັນ.

(ແຫຼ່ງຄັດຈາກ VOV)


top