ຂ່າວສານ

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ

      ໂດຍໄດ້ຮັບຄຳເຊີນຂອງທ່ານ Delfin Lorenzana, ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລີບປີນ, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໂດຍພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳຫນ້າ ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM) ຄັ້ງທີ 11, 

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ
ບັນດາປະເທດອາຊຽນ. 
ພາບ:vietnam+
      ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 4 ແລະ ຢ້ຽມຢາມ ສ. ຟີລີບປີນ ຢ່າງເປັນທາງການ ແຕ່ວັນທີ 23-27 ຕຸລາປີ 2017.
      ເລື່ອງເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ແມ່ນສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງຫນ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນບັນດາຂົງເຂດຮ່ວມມືໃນຂອບເຂດ ADMM ແລະ ADMM+, ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນຂອບເຂດຮ່ວມມືດ້ານປ້ອງກັນຊາດ ອາຊຽນ, ຢືນຢັນທີ່ຕັ້ງບົດບາດຂອງຫວຽດນາມ ສຳລັບພາກພື້ນ ແລະ ໂລກ ຜ່ານບັນດາການເຄື່ອນໄຫວ ຢູ່ ເວທີປາໄສຫລາຍຝ່າຍກໍຄືຊຸກຍູ້ຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)
 
      


top