ຂ່າວສານ

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີລາວ ແລະ ກຳປູເຈຍຢ່າງເປັນທາງການ

ພົນ​ຕີ ຟານ​ວັນ​ຢາງ
      ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ຕີ ສຸ​ວອນ ເລືອງ​ບຸນ​ມີ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ​ຫົວ​ໜ້າ​ກົມ​ໃຫຍ່ເສ​ນາ​ທິ​ການກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ ພົນ​ເອກ Pol Saroeun, ຜູ້​ບັນ​ຊາ​ການ​ໃຫ​ຍ່ກອງ​ທັບລາ​ຊະ​ອາ​ນາ​ຈັກ  ກຳ​ປູ​ເຈຍ, ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໂດຍ ພົນ​ຕີ ຟານ​ວັນ​ຢາງ, ກຳ​ມະ​ການ​ສູນ​ກາງ​ພັກ, ​ເສ​ນາ​ທິການ​ໃຫຍ່, ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ ​ໄດ້ໄປ​ຢ​້ຽມຢາມ ສ​ປ​ປ ລາວ ແລະ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ແຕ່​ວັນ​ທີ 15 – 20/3/2017 ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊ​າດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ, ກຳ​ປູ​ເຈຍ ​ໃຫ້​ດີ​ຍິ່ງກ່​ວາ​ອີກ.
 (ແຫຼ່ງຄັດຈາກ VOV)

top