ຂ່າວສານ

ຄະນະຜູ້ຕາງໜ້າ ຫວຽດນາມ ເປັນປະທານກອງປະຊຸມຄະນະກຳມະການປະສານງານ ອາຊຽນ ຢູ່ ສະວິດ ກ່ຽວກັບວຽກງານຂອງ WTO

ທ່ານນາງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ເລທິຕ໊ວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ປະເທດ ສະວິດ ໄດ້ເປັນປະທານກອງປະຊຸມທຳອິດ ດ້ວຍບົດບາດເປັນປະທານຄະນະກຳມະການປະສານງານ ອາຊຽນ ຢູ່ ເຊີແນວ (ACG) ກ່ຽວກັບວຽກງານຂອງ WTO ໃນວັນທີ 11 ກຸມພາ ຢູ່ສຳນັກງານອົງການການຄ້າໂລກ (WTO) ທີ່ເຊີແນວ, ປະເທດ ສະວິດ.
 
ທ່ານນາງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ເລທິຕ໊ວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ປະເທດ ສະວິດ (ພາບ: TTXVN)

ທີ່ກອງປະຊຸມ, ບັນດາຄະນະຜູ້ຕາງໜ້າບັນດາປະເທດສະມາຊິກ ອາຊຽນ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບາດກ້າວກະກຽມໃຫ້ແກ່ວຽກງານຂອງ WTO ໃນໄລຍະຈະມາເຖິງ, ໃນນັ້ນ ມີການສ້າງຮ່າງຖະແຫຼງການຮ່ວມຂອງ ອາຊຽນ ໃນກອງປະຊຸມກວດການະໂຍບາຍການຄ້າຂອງສະຫະພາບ ເອີຣົບ (ອີຢູ), ຊຸກຍູ້ການເຈລະຈາກ່ຽວກັບການໜູນຊ່ວຍດ້ານສິນໃນນ້ຳ, ເພີ່ມທະວີການພົບປະເຈລະຈາກັບບັນດາຄູ່ຮ່ວມມືຂອງ ອາຊຽນ ກ່ຽວກັບການປະຕິຮູບ WTO…
(ແຫຼ່ງຄັດຈາກ VOV)

top