ຂ່າວສານ

ຄະນະຜູ້ຕາງໜ້າ ລັດເຊຍ ໄປຮອດ ຕວກກີ ເພື່ອເຈລະຈາກັບ ຢູແກຼນ

ມີກາລະໂອກາດຫຼາຍຢ່າງໃຫ້ແກ່ຂໍ້ຕົກລົງ ແລະ ການພົບປະລະຫວ່າງປະທານາທິບໍດີ ລັດເຊຍ ແລະ ຢູແກຼນ ອາດຈະດຳເນີນເມື່ອ “ການແກ້ໄຂຂໍ້ຕິດຄັດ” ໃຫ້ທຸກບັນຫາຫຼັກແຫຼ່ງສາມາດທີ່ຊອກຫາໄດ້.
  (ພາບປະກອບ: Sputnik)  

 ວັນທີ 28 ມີນາ, ຄະນະຜູ້ຕາງໜ້າລັດເຊຍ ໄປຮອດ ນະຄອນ Istanbul, ນະຄອນໃຫຍ່ທີ່ສຸດຂອງ ຕວກກີ, ເພື່ອດຳເນີນຮອບເຈລະຈາສັນຕິພາບໃໝ່ກັບ ຢູແກຼນ. ຕາມບັນດາແຫຼ່ງຂ່າວທາງການທູດຂອງ ຕວກກີ ແລ້ວ, ການເຈລະຈາເລີ່ມດຳເນີນໄປໃນຕອນເຊົ້າວັນທີ 29 ມີນາ (ຕາມເວລາທ້ອງຖິ່ນ).

ເມື່ອຕອບຄຳຖາມຕໍ່ວົງການນັກຂ່າວໃນວັນທີ 28 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖືວ່າ, ມີກາລະໂອກາດຫຼາຍຢ່າງໃຫ້ແກ່ຂໍ້ຕົກລົງ ແລະ ການພົບປະລະຫວ່າງປະທານາທິບໍດີ ລັດເຊຍ ແລະ ຢູແກຼນ ອາດຈະດຳເນີນເມື່ອ “ການແກ້ໄຂຂໍ້ຕິດຄັດ” ໃຫ້ທຸກບັນຫາຫຼັກແຫຼ່ງສາມາດທີ່ຊອກຫາໄດ້. ຝ່າຍ ລັດເຊຍ ລໍຖ້າກ່ຽວກັບສັນຍາຮອບດ້ານ, ນອກຈາກຂໍ້ກຳນົດລວມ ແລະ ຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ, ສະໜອງບັນດາຫຼັກໝັ້ນສຳຄັນສຳລັບ ລັດເຊຍ, ລວມທັງການປອດການທະຫານ, ຮັບຮອງເອົາ Crimea ແລະ  Donbass..

ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງຂໍ້ຕົກລົງຢຸດຍິງມະນຸດສະທຳຢູ່ ຢູແກຼນ ມຸ່ງໄປເຖິງຂໍ້ຕົກລົງສັນຕິພາບຢູ ຢູແກຼນ ບົນພື້ນຖານບັນດາຫຼັກການຂອງກົດບັດສະຫະປະຊາຊາດ.

ເລື່ອງຢຸດຕິບັນດາການກະທຳເປັນປໍລະປັກ ຈະອະນຸຍາດໃຫ້ການມອບເຄື່ອງອຸປະຖຳມະນຸດສະທຳ ແລະ ປະຊາຊົນສາມາດໄປມາຢ່າງປອດໄພກວ່າ. ຂ້າພະເຈົ້າຫວັງວ່າ, ຂໍ້ຕົກລົງຢຸດຍິງຈະຊ່ວຍແກ້ໄຂບັນດາຜົນຮ້າຍຢ້ອນຫຼັງໃນທົ່ວໂລກທີ່ເກີດມາຈາກການປະທະກັນຢູ່ ຢູແກຼນ, ສິ່ງທີ່ອາດສາມາດເຮັດໃຫ້ວິກິດການດ້ານທັນຍາຫານຢູ່ຫຼາຍປະເທດພວມພັດທະນາຮ້າຍແຮງຂຶ້ນຕື່ມ”.



top