ຂ່າວສານ

ຄະນະປະສານງານ ຄະນະຊ່ຽວຊານການທະຫານ 959 ມອບຜ້າອັດປາກການແພດ 250.000 ອັນໃຫ້ ສປປ ລາວ

      ໃນວັນທີ 4 ພຶດສະພາ 2021 ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສະຫາຍ ບູ່ຍມິງຖື່ ຫົວໜ້າຄະນະປະສານງານ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຄະນະປະສານງານ ຄະນະຊ່ຽວຊານການທະຫານ 959 ໄດ້ນຳເອົາຜ້າອັດປາກການແພດ ຈຳນວນ 250.000 ອັນ ມາມອບໃຫ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ລັດຖະບານລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງຄະນະນຳສະຖານທູດລາວ ທີ່ຮ່າໂນ້ຍພ້ອມດ້ວຍພະນັກງານ ຂອງທັງສອງຝ່າຍ ລາວ-ຫວຽດນາມ.
ສະຫາຍ ບູ່ຍມິງຖື່  ແລະ ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ (ພາບ: ຂປລ)
      ສະຫາຍ ບູ່ຍມິງຖື່ ໄດ້ກ່າວສະແດງຄວາມເປັນຫ່ວງເປັນໄຍ ຕໍ່ການລະບາດພະຍາດ ໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ, ຊຶ່ງຜ້າອັດປາກທີ່ນຳມາມອບໃນຄັ້ງນີ້ ເຖິງວ່າຈຳນວນບໍ່ຫລາຍ ແຕ່ກໍເປັນການປະກອບສ່ວນ ດ້ວຍຄວາມຈິງໃຈຈາກສະມາຊິກ ແລະ ຄອບຄົວຂອງຄະນະດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການ ຊ່ວຍເຫລືອປະຊາຊົນລາວ ໃນການປ້ອງກັນໂຄວິດ-19 ທີ່ກຳລັງລະບາດຢູ່ລາວໃນປັດຈຸບັນ. ຫວັງວ່າລັດຖະບານ ແລະ ປະຊາຊົນລາວ ຈະພ້ອມກັນຕ້ານ ແລະ ສະກັດກັ້ນພະຍາດໂຄດວິດ-19  ໄດ້ ແລະ ຂໍໃຫ້ປະຊາຊົນລາວ ກັບມາໃຊ້ຊີວິດແບບປົກກະຕິໂດຍໄວ.
            ໃນໂອກາດນີ້,  ສະຫາຍ ແສງເພັດ ຮຸ່ງບຸນຍວງ  ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ບູ່ຍມິງຖື່ ພ້ອມຄະນະ, ໃນການຊ່ວຍເຫລືອຄັ້ງນີ້ ຊຶ່ງເປັນການສະແດງເຖິງ ນໍ້າຈິດນ້ຳໃຈຂອງຄອບຄົວ ຄະນະປະສານງານ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານນະຄອນຫລວງຮ່າໂນ້ຍ ແລະ ຄະນະປະສານງານ ຄະນະຊ່ຽວຊານການທະຫານ 959 ທີ່ໄດ້ບິແບ່ງຄວາມຫຍຸ້ງຍາກ ທີ່ປະຊາຊົນລາວກຳລັງປະເຊີນຢູ່ໃນປັດຈຸບັນ,  ສະຫາຍ ໄດ້ຕີລາຄາສູງທີ່ຍາມໃດ ສປປ ລາວ ພົບຄວາມຫຍຸ້ງຍາກ ແມ່ນຈະໄດ້ຮັບການປະກອບສ່ວນ ຊ່ວຍເຫລືອຂອງສະຫາຍ ຫວຽດນາມອ້າຍນ້ອງ, ຮ່ວມສຸກຮ່ວມທຸກນຳກັນ  ຊຶ່ງເຫັນໄດ້ນັບແຕ່ສະໄໝ່ ຕໍ່ສູ້ຕ້ານຈັກກະພັດແບບເກົ່າ ແລະ ແບບໃໝ່ ຈົນມາຮອດປັດຈຸບັນ ກໍຍັງສືບຕໍ່ຊ່ວຍເຫລືອ ປະຊາຊົນລາວຕະຫລອດມາ, ເປັນການປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນ ຄະນະປະສານງານ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານນະຄອນຫລວງຮ່າໂນ້ຍ ແລະ ຄະນະປະສານງານຄະນະຊ່ຽວຊານການທະຫານ 959 ກໍຄືສອງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ. ພ້ອມທັງຢືນຢັນວ່າ ຈະນຳເອົາເຄື່ອງຈຳນວນດັ່ງກ່າວ ສົ່ງຕໍ່ໃຫ້ເຖິງປະຊົນຊົນລາວ ໄດ້ນຳໃຊ້ຢ່າງມີປະສິດທິພາບສູງໂດຍໄວ.
ການຊ່ວຍເຫລືອຄັ້ງນີ້ ຊຶ່ງເປັນການສະແດງເຖິງ ນໍ້າຈິດນ້ຳໃຈຂອງຄອບຄົວ ຄະນະປະສານງານ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານນະຄອນຫລວງຮ່າໂນ້ຍ ແລະ ຄະນະປະສານງານ ຄະນະຊ່ຽວຊານການທະຫານ 959(ພາບ: ຂປລ)
      ນອກຈາກນັ້ນ, ໃນທ້າຍອາທິດຜ່ານມາ  ຊາວໝຸ່ມກອມມູນິດໂຮ່ຈີມິງ ກໍໄດ້ນຳຜ້າອັດປາກຈຳນວນ 25.000 ອັນ ມາມອບໃຫ້ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເພື່ອສົ່ງຕໍ່ໄປໃຫ້ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເຊັ່ນດຽວກັນ ເພື່ອປະກອບສ່ວນແບ່ງເບົາ ໃນການຕ້ານໂຄວິດຢູ່ ສປປ ລາວ ໃນປັດຈຸບັນ.
 (ແຫຼ່ງຄັດຈາກ VOV)


top