ຂ່າວສານ

ຄະນະປະຕິບັດງານເລກທີ 11 ສິ້ນສຸດການຢ້ຽມຢາມທະຫານ, ປະຊາຊົນເມືອງເກາະ ເຈື່ອງຊາ ແລະ ເຮືອນຍາມ DK1

ໃນຂອບເຂດການຢ້ຽມຢາມ ເຈື່ອງຊາ ແຕ່ວັນທີ 10 – 15 ພຶດສະພາ, ຄະນະໄດ້ລົງຢ້ຽມຢາມເກາະຫຼາຍແຫ່ງຄື: ຊິງຕົນດົງ, ດ໋າດົງ ບີ, ເຈືອງຊາດົງ, ດ໋າໄຕ ອາ, ເຈື່ອງຊາ ແລະ ເຮືອນຍາມ DK1/21 ບາແກ່.
  (ພາບປະກອບຈາກ Việt Trung/qdnd.vn )  

ຕອນບ່າຍວັນທີ 15 ພຶດສະພາ, ຢູ່ແຄ໋ງຮ່ວາ, ຄະນະປະຕິບັດງານເລກທີ 11, ໂດຍພົນເຮືອເອກ ຟ້າມຍືຊວັນ, ຮອງຜູ້ບັນຊາການເຫຼົ່າທັບທະຫານເຮືອ, ເປັນຫົວໜ້າຄະນະ, ສິ້ນສຸດການປະຕິບັດງານຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ນັກຮົບ, ປະຊາຊົນເມືອງເກາະ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ ແລະ ເຮືອນຍາມ DK1 ໃນໄຫຼ່ທະວີບທາງພາກໃຕ້. ຄະນະຜູ້ແທນລວມມີກ່ວາ 200 ຄົນທີ່ມາຈາກຫຼາຍທ້ອງຖິ່ນ, ອົງການ, ຫົວໜ່ວຍ, ພ້ອມກັບບັນດານັກສິລະປິນ, ນັກຂ່າວມາຈາກຫຼາຍອົງການສື່ສານ.

          ໃນຂອບເຂດການຢ້ຽມຢາມ ເຈື່ອງຊາ ແຕ່ວັນທີ 10 – 15 ພຶດສະພາ, ຄະນະໄດ້ລົງຢ້ຽມຢາມເກາະຫຼາຍແຫ່ງຄື: ຊິງຕົນດົງ, ດ໋າດົງ ບີ, ເຈືອງຊາດົງ, ດ໋າໄຕ ອາ, ເຈື່ອງຊາ ແລະ ເຮືອນຍາມ DK1/21 ບາແກ່. ຄະນະໄດ້ມອບຂອງຂວັນໃຫ້ທະຫານ, ປະຊາຊົນບັນດາເກາະ, ເຮືອນຍາມ, ຄື: ໂທລະພາບ, ຕູ້ເຢັນ, ຢຸກຢາ… ຄະນະກໍ່ຈັດການພົບປະແລກປ່ຽນ, ສະແດງສິລະປະຮັບໃຊ້ພະນັກງານ, ນັກຮົບ, ປະຊາຊົນໃນເກາະ ແລະ ເຮືອນຍາມ.

 


top