ຂ່າວສານ

ຄະນະປະຕິບັດງານ ຂອງ ກຸ່ມບໍລິສັດ Petrovietnam ຢ້ຽມຢາມ ແລະ ເຮັດວຽກຢູ່ ສິງກະໂປ ແລະ ສປປ ລາວ

ວັນທີ 10 ພະຈິກ 2022, ຄະນະປະຕິບັດງານ ຂອງ ກຸ່ມບໍລິສັດ Petrovietnam ນໍາໂດຍທ່ານ ຫງວຽນຮຸ່ງຢຸ້ງ, ຊະມາຊິກ ສະພາເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມບໍລິສັດ Sembcorp, ສິງກະໂປ.

ເຂົ້າຮ່ວມຄະນະ ເດີນທາງມີຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນບໍລິ ການເຕັກນິກ ນໍ້າມັນ ແລະ ອາຍແກັສ ຫວຽດນາມ (PTSC) ເລແມ້ງເກື່ອງ, ພ້ອມດ້ວຍ ການນຳຄະນະໄຟຟ້າ ແລະ ພະລັງງານທົດແທນຂອງ Petrovietnam ແລະ ການນຳ PTSC. ຝ່າຍອົງການຈັດຕັ້ງດ້ານການທູດ ຂອງສອງປະເທດມີ ທ່ານ Jaya Ratnam, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສິງກະໂປ ປະຈຳ ຫວຽດນາມ ແລະ ທ່ານ ມາຍເຟືອກຢຸ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ. ຕາງໜ້າລັດຖະບານ ສິງກະໂປ ໂດຍການເຂົ້າຮ່ວມຂອງທ່ານ Ralph Foong, ຮອງຜູ້ອຳນວຍການໃຫຍ່ ອົງການພະລັງງານ ສິງກະໂປ, ທ່ານນາງ Leow Lay May-ຜູ້ອຳຍວຍການ, ກະຊວງອຸດສາຫະກຳ ແລະ ການຄ້າ ສິງກະໂປ. ຝ່າຍຄູ່ຮ່ວມມື, ຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານ ຂອງ Petrovietnam ປະກອບມີ ທ່ານ Wong Kim Yin, ຜູ້ອຳນວຍການໃຫຍ່ ຂອງ ກຸ່ມບໍລິສັດ Sembcorp Industries ແລະ ການນຳກຸ່ມບໍລິສັດ Sembcorp Industries.

ພາບລວມ ການເຮັດວຽກຢູ່ສໍານັກງານ ຂອງກຸ່ມບໍລິສັດ Sembcorp.

ກຸ່ມບໍລິສັດ Sembcorp ຊຶ່ງໄດ້ຮັບການແນະນໍາໂດຍຝ່າຍຄູ່ຮ່ວມມື ໃນຖານະເປັນ ບໍລິການ ວິທີການແກ້ໄຂ ດ້ານຕົວເມືອງ ແລະ ພະລັງ ງານ ແຖວໜ້າ, ໄດ້ປະສົບຜົນສຳເລັດຢ່າງແນ່ນອນຢູ່ ຫວຽດນາມ ໃນໄລຍະ 25 ປີຜ່ານມາ ດ້ວຍຕົວເລກ ທີ່ສ້າງຄວາມປະທັບໃຈຄື ເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP) 12 ແຫ່ງ ຕັ້ງຢູ່່ທົ່ວທຸກແຂວງ, ນະຄອນຂອງ ຫວຽດນາມ. ຫວຽດນາມ ແລະ ສິງກະໂປໄດ້ມີການຮ່ວມມືຢ່າງກວ້າງຂວາງ, ເລິກເຊິ່ງ ໃນຫຼາຍຂົງເຂດ ໃນຊຸມປີມໍ່ໆ ມານີ້. ກ່ຽວກັບການຮ່ວມມື ດ້ານພະລັງງານ, ສອງຝ່າຍພວມກ້າວໄປເຖິງ ການລົງນາມ ໃນບົດບັນທຶກຊ່ວຍຈຳວ່າດ້ວຍການພັດທະນາ ແຫຼ່ງພະລັງງານ ທົດແທນ, ຊື້-ຂາຍ ໄຟຟ້າຂ້າມຊາຍແດນ, ບັນດາວິທີແກ້ໄຂ ຄາບອນຕ່ຳເຊັ່ນ ໄຮໂດເຈນ ແລະ ແອມໂມເນຍ, ລະບົບ ເກັບຮັກສາພະລັງງານ (ESS), ຕາຂ່າຍໄຟຟ້າສະຫຼາດ ແລະ ໜູນຊ່ວຍ/ເຂົ້າຮ່ວມການພັດທະນາລະບົບຕ່ອງໂສ້ ຄຸນຄ່າ LNG ແລະ ບັນດາໂຄງການພື້ນຖານໂຄງລ່າງ LNC ຢູ່ ຫວຽດນາມ.

ໃນການພົບປະ, ທ່ານ ຫງວຽນຮຸ່ງຢຸ້ງ ໄດ້ແນະນຳກ່ຽວກັບ ກຸ່ມບໍລິສັດນ້ຳມັນ ແລະ ອາຍແກັສ ຫວຽດນາມ ທີ່ມີປະຫວັດການສ້າງຕັ້ງ ແລະ ພັດທະນາ ມາເປັນເວລາກວ່າ 60 ປີ, ເຄື່ອນໄຫວໃນ 5 ຂົງເຂດຕົ້ນຕໍຄື: ຄົ້ນຫາສຳຫຼວດ ແລະ ຂຸດຄົ້ນ ນໍ້າມັນ ແລະ ອາຍແກັສ; ປຸງແຕ່ງ ນໍ້າມັນ ແລະ ອາຍແກັສ; ອຸດສາຫະກໍາ ອາຍແກັສ; ອຸດສາຫະກຳໄຟ ຟ້າ ແລະ ບໍລິການເຕັກນິກ ນ້ຳມັນ ເຊື້ອໄຟ ຄຸນນະພາບສູງ. ກຸ່ມບໍລິ ສັດ ຍາມໃດກໍ່ຖືວ່າ ເປັນກຸ່ມບໍລິສັດເສດຖະກິດແຖວໜ້າ ຂອງ ຫວຽດນາມ, ຮັບປະກັນ ຄວາມໝັ້ນຄົງ ດ້ານພະລັງງານ ແຫ່ງຊາດ, ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ຂອງ ຫວຽດນາມ.

PTSC-ແມ່ນຫົວໜ່ວຍ ຂອງ PVN ແມ່ນວິສາຫະກິດ ບໍລິການ ດ້ານເຕັກນິກ ນ້ຳມັນ ແລະ ອາຍແກັສ ແຖວໜ້າຂອງ ຫວຽດນາມ, ມີປະ ສົບການຢ່າງກວ້າງຂວາງ ເລິກເຊິ່ງ ໃນການປະຕິບັດບັນດາໂຄງການ ນ້ຳມັນ ແລະ ອາຍແກັສ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ສອດຄ່ອງກັບທ່າອ່ຽງ ທີ່ປ່ຽນແປງທາງດ້ານພະລັງງານ, ພະລັງງານສະອາດ. PTSC ໄດ້ ແລະ ກຳລັງເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາໂຄງການກ່ຽວກັບພະລັງງານທົດແທນ, ພະລັງງານສະອາດເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ. ເປັນເວລາກວ່າ 30 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, PTSC ມີຄວາມສາມາດ ແລະ ປະສົບການ ພຽງພໍ ເພື່ອເຂົ້າຮ່ວມບັນດາໂຄງການ ທີ່ໄດ້ຮັບການຕີລາຄາສູງ ຈາກລູກຄ້າພາຍໃນ ແລະ ຕ່າງປະເທດ, ເປັນຄູ່ຮ່ວມມື ທີ່ໜ້າເຊື່ອຖື ແລະ ມີທ່າແຮງ.

ບົນພື້ນຖານ 50 ປີແຫ່ງການພົວພັນອັນດີງາມ ລະຫວ່າງ ຫວຽດນາມ ແລະ ສິງກະໂປ, Petrovietnam ແລະ Sembcorp ໄດ້ມີການພົວພັນທ່ີດີງາມ, ເປີດກວ້າງກ່ຽວກັບຄວາມສາມາດ ແລະ ກາລະໂອກາດຮ່ວມມື ໃໝ່ ໃນຂົງເຂດພະລັງງານ ແລະ PTSC ແມ່ນໜ່ວຍງານໄດ້ Petrovietnam ມອບໝາຍປະຕິບັດ ບັນດາຂໍ້ລິເລີ່ມ ຮ່ວມມື ກັບກຸ່ມບໍລິສັດ Sembcorp.

ພາຍໃຕ້ການເປັນສັກຂີພິຍານ ຂອງຝ່າຍຕ່າງໆ, ກຸ່ມບໍລິສັດ Sembcorp Corporation ແລະ PTSC ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍ ການພັດທະນາແຫຼ່ງພະລັງງານທົດແທນ, ຊື້-ຂາຍໄຟຟ້າຂ້າມຊາຍແດນ, ບັນດາວິທີແກ້ໄຂ ຄາບອນຕ່ຳເຊັ່ນ ໄຮໂດເຈນ ແລະ ແອມໂມເນຍ, ລະບົບ ເກັບຮັກສາພະລັງງານ (ESS), ຕາຂ່າຍໄຟຟ້າສະຫຼາດ ແລະ ໜູນຊ່ວຍ/ເຂົ້າຮ່ວມ ການພັດທະນາ ລະບົບຕ່ອງໂສ້ ຄຸນຄ່າ LNG ແລະ ບັນດາໂຄງການພື້ນຖານໂຄງລ່າງ LNC ຢູ່ ຫວຽດນາມ.

ເປັນສັກຂີພິຍານ ແລະ ກ່າວຄຳເຫັນ ໃນພິທີລົງນາມ, ທ່ານ ຫງວຽນຮຸ່ງຢຸ້ງ ກ່າວວ່າ: ການລົງນາມໃນບົດບັນທຶກຊ່ວຍຈຳໃນວັນນີ້ ຈະສ້າງປະຖົມປັດໃຈ ໃຫ້ແກ່ ການພັດທະນາ ການຮ່ວມມື ລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ. ເປັນການຢັ້ງຢືນ ຄວາມຕັດສິນໃຈ ຂຸດຄົ້ນ ຄວາມສາມາດບົ່ມຊ້ອນ ການຮ່ວມມື ໃນຂົງເຂດພະລັງງານ ລະ ຫວ່າງ 2 ກຸ່ມ ແລະ ບັນດາຫົວໜ່ວຍສະມາຊິກ ໃນໄລຍະຈະມາເຖິງ. ທ່ານ ກ່າວຢໍ້າວ່າ ການຮ່ວມມືລະຫວ່າງ Petrovietnam ແລະ Sembcorp ໃນປັດຈຸບັນ ບໍ່ພຽງແຕ່ ຢຸດຢູ່ໃນ ການຮ່ວມມື ລະຫວ່າງ ວິສາຫະກິດ 2 ປະເທດເທົ່ານັ້ນ, ແຕ່ຍັງປະກອບສ່ວນ ເຂົ້າໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງ ສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະ ຫວ່າງ ຫວຽດນາມ - ສິງກະໂປ ອີກດ້ວຍ.

ໃນຕອນທ້າຍ ຂອງ ການເຮັດວຽກ ຢູ່ສໍານັກງານໃຫຍ່ ຂອງ ກຸ່ມບໍລິ ສັດ Sembcorp, ຄະນະໄດ້ໄປຢ້ຽມຢາມ ເຂດຄຸ້ມຄອງບໍລິຫານ ຂໍ້ມູນຂ່າວສານ, ບັນດາໂຄງການ ພະລັງງານທົດແທນຂອງ Sembcorp ຢູ່ປະເທດຕ່າງໆ ໃນທົ່ວໂລກ. ຢູ່ທີ່ນີ້, ຜູ້ນຳ ຂອງກຸ່ມບໍລິ ສັດ Sembcorp ໄດ້ແນະນຳ ກ່ຽວກັບບັນດາໂຄງການ ທີ່ເຂົາເຈົ້າກຳ ລັງ ຜັນຂະຫຍາຍ ຢູ່ຫຼາຍປະເທດ ທົ່ວໂລກ.

ແຕ່ວັນທີ 11-12 ພະຈິກ 2022, ຄະນະປະຕິບັດງານ ໄດ້ໄປຢ້ຽມ ຢາມ ແລະ ເຮັດວຽກຢູ່  ສປປ ລາວ. ເຂົ້າຮ່ວມຄະນະມີທ່ານ ດວ່ານວັນຍ້ວມ, ຜູ້ອຳນວຍການໃຫຍ່ບໍລິສັດນ້ຳມັນ ຫວຽດນາມ (PVOIL), ທ່ານ ຟານກ໋ຽນແອງ, ຜູ້ອຳນວຍການ ສາຂາຈຳໜ່າຍຜະລິດຕະພັນໂຮງກັ່ນນໍ້າມັນ ງີເຊີນ (PVNDB) ແລະ ພະນັກງານຂັ້ນຫ້ອງການ/ພະ ແນກການ ຂອງ PVOIL ແລະ PVNDB.

ຄະນະ ໄດ້ເຂົ້າຮ່ວມ “ກອງປະຊຸມ ກ່ຽວກັບວຽກງານສົ່ງອອກ ຜະລິດຕະພັນນ້ຳມັນ ຈາກໂຮງກັ່ນນ້ຳມັນ ງີເຊີນ ໄປຍັງ ລາວ” ໂດຍບໍລິສັດນ້ຳມັນ ຫວຽດນາມເປັນຜູ້ຈັດຕັ້ງ. ຮັບຟັງການລາຍງານຂອງຜູ້ນໍາບໍລິສັດ PVOIL Lao ແລະ PVOIL Lao Trading ກ່ຽວກັບການດໍາເນີນທຸລະກິດ, ຂໍ້ຫຍຸ້ງຍາກ, ສິ່ງອຸດຕັນ, ຄຳສະເໜີ ແນະ ແລະ ວິທີແກ້ໄຂ. ຕາງໜ້າກຸ່ມບໍລິສັດ, ຫົວໜ້າຄະນະປະຕິບັດງານ ໄດ້ຮັບຮູ້ເຖິງ ຄວາມພະຍາຍາມ ແລະ ໝາກຜົນທາງທຸລະກິດ ຂອງ PVOIL ທີ່ສອງບໍລິສັດ (PVOIL Lao ແລະ PVOIL Lao Trading) ໄດ້ບັນລຸໄດ້ໃນໄລ ຍະຜ່ານມາ.

ຄະນະໄດ້ໄປຢ້ຽມຢາມບັນດາວິສາຫະກິດ, ສະຖານີ ນ້ຳມັນເຊື້ອໄຟ, ຢ້ຽມຢາມ ແລະ ເຮັດວຽກຢູ່ ສຳນັກງານ ຂອງ ສອງບໍລິສັດ PVOIL Lao ແລະ PVOIL Lao Trading ທີ່ນະຄອນຫຼວງ ວຽງຈັນ. ທ່ານ ຫງວຽນຮຸ່ງຢຸ້ງ ໄດ້ໃຊ້ເວລາໃນການຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈ ພະນັກງານ, ລັດຖະກອນ ຂອງ ສອງບໍລິສັດທີ່ເຮັດວຽກຢູ່ທີ່ນີ້.


top