ຂ່າວສານ

ຄະນະປະຈໍາລັດຖະບານ ຈັດກອງປະຊຸມກ່ຽວກັບການສ້າງກົງຈັກການບໍລິຫານທ້ອງຖິ່ນ

      ວັນທີ 21 ສິງຫາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ (ພາບ: TTXVN)
      ບັນດາສະມາຊິກຄະນະປະຈໍາລັດຖະບານໄດ້ປຶກສາຫາລືກ່ຽວກັບບັນດາຮ່າງດໍາລັດ ຂອງລັດຖະບານ ກໍານົດກ່ຽວກັບການຈັດຕັ້ງບັນດາອົງການວິຊາສະເພາະທີ່ຂຶ້ນກັບ ຄະນະກໍາມະການປະຊາຊົນຂັ້ນແຂວງ, ເມືອງ ແລະ ບາງບັນຫາທີ່ກ່ຽວຂ້ອງເຖິງການແກ້ໄຂລະບຽບການບໍລິຫານ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ເວລາຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ເມື່ອເຮັດວຽກກັບບາງຫົວໜ່ວຍຂອງກະຊວງຕໍາຫຼວດ.
 (ແຫຼ່ງຄັດຈາກ VOV)


top