ຂ່າວສານ

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການຜັນຂະຫຍາຍບ້ວງເງິນໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ

ຄະນະປະຈຳສະພາແຫ່ງຊາດຖືວ່າ, ມະຕິກ່ຽວກັບບັນດາມາດຕະການການເງິນ ເງິນຕາ ໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ

ຄະນະປະຈຳສະພາແຫ່ງຊາດຖືວ່າ, ມະຕິກ່ຽວກັບບັນດາມາດຕະການການເງິນ ເງິນຕາ ໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ.

   

ກອງປະຊຸມຂອງ ຄະນະປະຈຳສະພາແຫ່ງຊາດ

(ພາບ: Doãn Tấn/TTXVN)

ຕອນເຊົ້າວັນທີ 4 ມິຖຸນາ, ຢູ່ຫໍປະຊຸມສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຮ້ວ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດວາລະປະຊຸມໃຫ້ຄຳເຫັນກ່ຽວກັບສະພາບການຜັນຂະຫຍາຍການປະຕິບັດ ແລະ ຄາດຄະເນບັນຊີລາຍຊື່, ລະດັບການຈັດແຫຼ່ງທຶນໃຫ້ໜ້າທີ່, ໂຄງການຂຶ້ນກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ; ວິທີການນຳໃຊ້ແຫຼ່ງເພີ່ມລາຍຮັບ, ຫລຸດຜ່ອນລາຍຈ່າຍ ແລະ ງົບປະມານສູນກາງທີ່ຍັງເຫຼືອໃນປີ 2021…

   ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດຖືວ່າ, ມະຕິກ່ຽວກັບບັນດາມາດຕະການການເງິນ ເງິນຕາ ໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໃນ 2 ປີ (2022-2023) ຕອ້ງຜັນຂະຫຍາຍຢ່າງຂ້ຽວຂາດກ່ວາ. ຄະນະປະຈຳສະພາແຫ່ງຊາດ ເຫັນດີຕໍ່ຂໍ້ສະເໜີຂອງລັດຖະບານ ໃນການສະຫງວນຈຳນວນເງິນ 420 ລ້ານ USD ເພື່ອຈັດແບ່ງໃຫ້ 3 ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຢູ່ໃນບັນຊີລາຍຊື່ ແລະ ໂຄງການສຳຄັນແຫ່ງຊາດ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕົກລົງທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 15 ທີ່ພວມດຳເນີນໄປຢູ່ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)


top