ຂ່າວສານ

ຄະນະປະຈຳສະພາແຫ່ງຊາດສືບຕໍ່ການເຮັດວຽກໃນກອງປະຊຸມຄັ້ງທີ 14

      ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມຄັ້ງທີ 14, ຕອນເຊົ້າວັນທີ 13 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດຈຸດໝາຍແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ. 

ການເຮັດວຽກຂອງຄະນະປະຈຳສະພາແຫ່ງຊາດໃນວັນທີ 13 ກັນຍາ
      ບົດລາຍງານຂອງລັດຖະບານໄດ້ສະແດງໃຫ້ເຫັນບັນດາໝາກຜົນພົ້ນເດັ່ນໃນວຽກງານຄວາມສະເໝີພາບລະຫວ່າງ ຍິງ -ຊາຍ. ຕາມກົນໄກນະໂຍບາຍ, ກົດໝາຍກ່ຽວກັບຄວາມສະເໝີພາບສືບຕໍ່ໄດ້ຮັບການປະຕິບັດໃຫ້ສຳເລັດ, ໃນນັ້ນມີບັນດານະໂຍບາຍສະເພາະ ເພື່ອແນໃສ່ສ້າງເງື່ອນໄຂ ແລະ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນບັນດາຂົງເຂດໃນການດຳລົງຊີວິດທີ່ໄດ້ປະກາດໃຊ້. ບັນດາການເຄື່ອນໄຫວເພື່ອແນໃສ່ເພີ່ມອັດຕາແມ່ຍິງເຂົ້າຮ່ວມບັນດາອົງການໂດຍປະຊາຊົນເລືອກຕັ້ງ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ປະກອບສ່ວນເພີ່ມອັດຕາສະມາຊິກສະພາແຫ່ງຊາດຍິງໃນສະພາແຫ່ງຊາດຊຸດທີ 14, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 -2021.
        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງມະຕິກຳນົດກ່ຽວກັບການຄຸ້ມຄອງ, ນຳໃຊ້ງົບປະມານແຫ່ງລັດສຳລັບບາງການເຄື່ອນໄຫວພົວພັນຕ່າງປະເທດ.
 (ແຫຼ່ງຄັດຈາກ VOV)

top