ຂ່າວສານ

ຄະນະປະຈຳສະພາແຫ່ງຊາດສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ກະກຽມກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 15

ກອງປະຊຸມປະກອບຄຳເຫັນໃນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ຄາດວ່າຈະດຳເນີນໃນເດືອນ ຕຸລາ 2022.

ກອງປະຊຸມປະກອບຄຳເຫັນໃນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ຄາດວ່າຈະດຳເນີນໃນເດືອນ ຕຸລາ 2022.

   

ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

ໂດຍສືບຕໍ່ກອງປະຊຸມເທື່ອທີ 13, ຕອນເຊົ້າວັນທີ 12 ກໍລະກົດ, ຄະນະປະຈຳສະແຫ່ງຊາດໄດ້ສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ປະກອບຄຳເຫັນໃນເບື້ອງຕົ້ນການກະກຽມກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢືນຢັນວ່າ, ເລື່ອງສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 3 ແມ່ນເພື່ອແນໃສ່ຕີລາຄາໝາກຜົນທີ່ບັນລຸໄດ້, ບັນດາສາຍເຫດພາວະວິໄສ, ອັດຕະວິໄສ, ບັນດາຈຸດໃໝ່ເພື່ອສືບຕໍ່ສ້າງແຜນຮ່າງປ່ຽນແປງໃໝ່ຍົກສູງຄຸນນະພາບກອງປະຊຸມຂອງສະພາແຫ່ງຊາດ.

“ກອງປະຊຸມປະກອບຄຳເຫັນໃນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ຄາດວ່າຈະດຳເນີນໃນເດືອນ ຕຸລາ 2022. ບັນດາກອງປະຊຸມນີ້ແມ່ນຈຸດສຸມຂອງວຽກງານສ້າງກົດໝາຍ, ພິຈາລະຈາຮັບຮອງເອົາຮ່າງກົດໝາຍຫຼາຍສະບັບ, ປະກອບຄຳເຫັນໃນເບື້ອງຕົ້ນ ກໍຄືຮ່າງກົດໝາຍຫຼາຍສະບັບ. ດ້ວຍຈຳນວນວຽກງານສ້າງກົດໝາຍຫຼາຍຄືແນວນັ້ນ, ວຽກງານກະກຽມ, ຄວນສົມທົບກັບລັດຖະບານເພື່ອຊອກຫາວິທີຄືແນວໃດເພື່ອໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4 ໄດ້ຖືກປະຕິບັດຕາມແຜນການ ແລະ ບັນລຸປະສິດທິຜົນຢ່າງສູງສຸດ”.

(ແຫຼ່ງຄັດຈາກ VOV)


top