ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມຄັ້ງທີ 14, ຕອນເຊົ້າວັນທີ 12 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່.
(ວາລະປະຊຸມຄັ້ງທີ 14 ສືບຕໍ່ເຮັດວຽກ)
ຕາມໃບຍື່ນສະເໜີຂອງລັດຖະບານ, ເພື່ອຍົກສູງຜົນສັກສິດ, ປະສິດທິຜົນຂອງວຽກງານຄຸ້ມຄອງລັດກ່ຽວກັບການວັດແທກ ແລະ ແຜນທີ່, ການປັບປຸງ, ຍົກລະດັບເອກະສານນິຕິກຳກ່ຽວກັບການເຄື່ອນໄຫວວັດແທກ ແລະ ແຜນທີ່ເຊິ່ງພວມປະກາດໃຊ້ໃນປະຈຸບັນ, ເພີ່ມເຕີມບັນດາຂໍ້ກຳນົດທີ່ຍັງຂາດຢູ່ ເພື່ອກໍ່ສ້າງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່ ແມ່ນຄວາມຮຽກຮ້ອງອັນຮີບດ່ວນ ແລະ ພຶດຕິກຳທີ່ພາວະວິໄສ. ນີ້ແມ່ນຮ່າງກົດໝາຍທີ່ມີລັກສະນະສະເພາະຂະແໜງ, ກຳນົດບັນດານະໂຍບາຍຂອງລັດສຳລັບການເຄື່ອນໄຫວວັດແທກ ແລະ ແຜນທີ່; ການເຄື່ອນໄຫວວັດແທກ ແລະ ແຜນທີ່ພື້ນຖານ; ວັດແທກ ແລະ ສ້າງແຜນທີ່ກິດຈະກຳໃຕ້ດິນ…
(ແຫຼ່ງຄັດຈາກ VOV)