ຂ່າວສານ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບົດລາຍງານເສດຖະກິດ, ສັງຄົມ, ງົບປະມານ

ປີ 2019 ລັດຖະບານສືບຕໍ່ຊີ້ນຳ, ບໍລິຫານຢ່າງຂ້ຽວຂາດໃນດ້ານເສດຖະກິດ - ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ດ້ວຍເລື່ອງລື່ນກາຍ 5 ເປົ້າໝາຍ ແລະ ບັນລຸ 7 ເປົ້າໝາຍ.


ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບົດລາຍງານເສດຖະກິດ, ສັງຄົມ, ງົບປະມານ

(ພາບ: quochoi.vn)


ວັນທີ 15 ຕຸລາ, ໂດຍສືບຕໍ່ກອງປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ, ຄະນະປະຈຳສະພາແຫ່ງຊາດໄດ້ສະຫງວນເວລາມື້ໜຶ່ງເພື່ອປະກອບຄຳເຫັນໃສ່ບັນດາບົດລາຍງານຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັຄົມ ແລະ ງົບປະມານແຫ່ງລັດປີ 2019; ແຜນການພັດທະນາເສດຖະກິດ - ສັງຄົມ, ການຄາດຄະເນງົບປະມານແຫ່ງລັດ ແລະ ທິດທາງຈັດແບ່ງງົບປະມານສູນກາງປີ 2020. ທີ່ກອງປະຊຸມ, ບັນດາສະມາຊິກໄດ້ຕີລາຄາວ່າ, ປີ 2019 ລັດຖະບານສືບຕໍ່ຊີ້ນຳ, ບໍລິຫານຢ່າງຂ້ຽວຂາດໃນດ້ານເສດຖະກິດ - ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ດ້ວຍເລື່ອງລື່ນກາຍ 5 ເປົ້າໝາຍ ແລະ ບັນລຸ 7 ເປົ້າໝາຍ. ດ້ວຍບັນດາມາດຕະການແກ້ໄຂເຊິ່ງລັດຖະບານຍົກອອກມາ, ບັນດາຄຳເຫັນສະເໜີຄວນສືບຕໍ່ຊຸກຍູ້ການລົງທຶນພາກລັດ. ແກ້ໄຂຄວາມຫຍຸ້ງຍາກເພື່ອຊຸກຍູ້ການຜະລິດໃຫ້ພັດທະນາ, ໜູນຊ່ວຍຄວາມເສຍຫາຍດ້ານກະສິກຳ… ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ເນັ້ນໜັກວ່າ.

        “ປີ 2020 ຄາດໝາຍຂອງພວກເຮົາແມ່ນສືບຕໍ່ຮັກສາ, ແຕ່ເພື່ອສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກໃນສະພາບຢູ່ພາຍໃນປະເທດ ແລະ ສາກົນພວມມີການຜັນແປຢ່າງສັບສົນ. ທ່າອ່ຽງອາລັກຂາດ້ານການຄ້າ, ການຂັດແຍ້ງດ້ານການຄ້າ, ການຂັດແຍ້ງດ້ານພູມສາດການເມືອງລະຫວ່າງບັນດາປະເທດໃຫຍ່, ກໍຄືບັນດາປະເທດເຫຼົ່ານັ້ນມີການພົວພັນດ້ານການຄ້າ ຈະຜົນສະທ້ອນທີ່ຫຍໍ້ທໍ້ເຖິງປະລິມານການສົ່ງອອກ ແລະ ນຳເຂົ້າຂອງຫວຽດນາມ. ພວກເຮົາຄວນຍາດແຍ່ງກາລະໂອກາດທີ່ບັນດາສັນຍາການຄ້າສະບັບໃໝ່ນຳມາໃຫ້ ແລະ ຮັບມືກັບຄວາມສ່ຽງ, ສິ່ງທ້າທາຍ ເມື່ອພວກເຮົາເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກນັບມື້ນັບເລິກເຊິ່ງ”.

(ແຫຼ່ງຄັດຈາກ VOV)
 

top