ຂ່າວສານ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບັນດາບົດລາຍງານກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ 2020

      ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນໃສ່ບັນດາບົດລາຍງານວຽກງານປີ 2020 ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ

ກອງປະຊຸມຄັ້ງທີ 48 ຄະນະປະຈຳສະພາແຫ່ງຊາດຫວຽດນາມ
(ພາບ: thanhtra.com.vn)
      ໂດຍສືບຕໍ່ກອງປະຊຸມຄັ້ງທີ 48, ຕອນເຊົ້າວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນໃສ່ບັນດາບົດລາຍງານວຽກງານປີ 2020 ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ; ບັນດາບົດລາຍງານຂອງລັດຖະບານກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2020.
          ແລະກໍ່ໃນວັນທີ 14 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບັນດາບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດກ່ຽວກັບການແກ້ໄຂການຮ້ອງທຸກ, ຮ້ອງຟ້ອງປີ 2020 ແລະ ປະກອບຄຳເຫັນໃສ່ການປະຕິບັດບາງຂໍ້ກຳນົດຂອງປະມວນກົດໝາຍດຳເນີນຄະດີອາຍາປີ 2015.
 (ແຫຼ່ງຄັດຈາກ VOV)


top