ຂ່າວສານ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນກ່ຽວກັບກອງປະຊຸມ “ວິສາມັນ” ເພື່ອແກ້ໄຂບັນດາບັນຫາຮີບດ່ວນ, ກະທັນຫັນ

      ວາລະປະຊຸມຄັ້ງທີ 5 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ
(ພາບ: quochoi.vn)
      ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບຂໍ້ສະເໜີຂອງລັດຖະບານ ກ່ຽວກັບການເພີ່ມເຕີມຮ່າງກົດໝາຍ 2 ສະບັບເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022 ແມ່ນ: ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່; ກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ).
        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ເຫັນດີດ້ານຫຼັກການຕໍ່ເລື່ອງລັດຖະບານລົງນາມສັນຍາປະກັນໄພສັງຄົມລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ສ.ເກົາຫຼີ. ເລື່ອງລົງນາມໃນສັນຍາດັ່ງກ່າວເພື່ອຮັບປະກັນສິດກ່ຽວກັບປະກັນໄພສັງຄົມຂອງຜູ້ອອກແຮງງານທີ່ເຮັດວຽກຢູ່ 2 ປະເທດໃຫ້ເປັນຢ່າງດີທີ່ສຸດ.
(ແຫຼ່ງຄັດຈາກ VOV)


top