ຂ່າວສານ

ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ສືບຕໍ່ດຳເນີນກອງປະຊຸມຄັ້ງທີ 13

      ຕອນບ່າຍວັນທີ 11 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ການສ້າງຕັ້ງສານປະຊາຊົນ, ອົງການໄອຍະການປະຊາຊົນນະຄອນເຊີ່ມເຊີນ, ແຂວງແທງຮ້ວາ

ກອງປະຊຸມຄັ້ງທີ 13 ຄະນະປະຈຳສະພາແຫ່ງຊາດຊຸດທີ 14
      ໂດຍສືບຕໍ່ກອງປະຊຸມຄັ້ງທີ 13 ຄະນະປະຈຳສະພາແຫ່ງຊາດຊຸດທີ 14, ຕອນບ່າຍວັນທີ 11 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ການສ້າງຕັ້ງສານປະຊາຊົນ, ອົງການໄອຍະການປະຊາຊົນນະຄອນເຊີ່ມເຊີນ, ແຂວງແທງຮ້ວາ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວໄດ້ເປັນປະທານກອງປະຊຸມ.
      ດ້ວຍ 100%ຈຳນວນສະມາຊີກສະພາແຫ່ງຊາດເຫັນດີ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍ ການສ້າງຕັ້ງສານປະຊາຊົນ, ອົງການໄອຍະການປະຊາຊົນນະຄອນເຊີ່ມເຊີນ, ແຂວງແທງຮ້ວາ.
    ກ່ອນໜ້ານັ້ນ, ຄືໃນຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊີວະປະຫວັດ. ແລະກໍໃນຕອນເຊົ້າວັນທີ 11 ສິງຫາ, ຄະນະປະຈຳສະພາແຫ່ງຊາດຍັງໃຫ້ຄຳເຫັນໃສ່ການສະຫຼຸບການທົດລອງໃຊ້ຊຸດເຄື່ອງແບບໃນການດຳເນີນຄະດີຂອງຜູ້ພິພາກສາສານປະຊາຊົນຕາມຂໍ້ຕົກລົງເລກທີ 1214 ຂອງ ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ແລະ ການປະຕິບັດເປັນເອກະພາບໃນການນຸ່ງຊຸດເຄື່ອງແບບຂອງ ຜູ້ພິພາກສາສານປະຊາຊົນໃນຂອບເຂດທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)

top