ຂ່າວສານ

ຄະນະປະຈຳສະພາແຫ່ງຊາດ ອັດກອງປະຊຸມ ເທື່ອທີ 16

ຕອນບ່າຍວັນທີ 12 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ອັດກອງປະຊຸມຄັ້ງທີ 16
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ວາລະອັດກອງປະຊຸມ  

ພາຍຫຼັງ ເຮັດວຽກເປັນເວລາ 3 ວັນ, ຄະນະປະຈຳສະພາແຫ່ງຊາດໄດ້ສຳເລັດໂຄງການດຳເນີນງານ ຂອງກອງປະຊຸມຄັ້ງທີ 16 ໂດຍປະກອບຄຳເຫັນໃສ່ບັນດາເນື້ອໃນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ຄຳເຫັນທີ່ກອງປະຊຸມສະໄໝສາມັນຄັ້ງທີ 4 ແລະ ພິຈາລະນາບາງບັນຫາຕາມສິດອຳນາດຂອງຕົນ.    ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີ  ເລຂາທິການໃຫຍ່ສະພາແຫ່ງຊາດສົມທົບກັບບັນດາອົງການປະກາດໃຊ້ບົດສະຫຼຸບໂດຍໄວ ເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງຮີບຮ້ອນຜັນຂະຫຍາຍ, ແກ້ໄຂຢ່າງທັນການ; ມີພື້ນຖານ ເພື່ອຈັດຕັ້ງປະຕິບັດ.

ຕອນເຊົ້າວັນດຽວກັນ, ໃນໂຄງການດຳເນີນງານຂອງກອງປະຊຸມຄັ້ງທີ 16, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບຊຸດເຄື່ອງໝາຍ ສະພາແຫ່ງຊາດຫວຽດນາມ. ກ່າວຄຳເຫັນຕໍ່ເນື້ອໃນນີ້, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ການສ້າງຊຸດເຄື່ອງໝາຍ ສະພາແຫ່ງຊາດຫວຽດນາມ ແມ່ນບາດກ້າວໃນການປ່ຽນແປງໃໝ່ ແລະ ພັດທະນາຂອງສະພາແຫ່ງຊາດໃຫ້ເຄື່ອນໄຫວແບບທັນສະໄໝ ແລະ ເປັນມືອາຊີບ. ທ່ານປະທານສະພາແຫ່ງຊາດສະເໜີ ໃຫ້ທ່ານ ເລຂາທິການໃຫຍ່ ສະພາແຫ່ງຊາດ ແລະ ຫ້ອງວ່າການ ສະພາແຫ່ງຊາດ ຮັບປະກັນຂັ້ນຕອນ ລະບຽບກົດໝາຍໃນການສ້າງຊຸດເຄື່ອງໝາຍ, ຮັບປະກັນຄວາມ ກະຈ່າງແຈ້ງ ແລະ  ໂປ່ງໃສ.

top