ຂ່າວສານ

ຄະນະປະຈຳສະພາແຫ່ງຊາດ: ສູ້ຊົນບັນລຸເປົ້າໝາຍການເຕີບໂຕ GDP 6,5% ໃຫ້ທັງປີ

ສະພາບການເສດຖະກິດ - ສັງຄົມ ຂອງເດືອນ ເມສາ ແລະ 4 ເດືອນຕົ້ນປີບັນລຸໄດ້ຫຼາຍໝາກຜົນຕັ້ງໜ້າ, ເສດຖະກິດມະຫາພາກເປັນປົກກະຕິ
  ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມຄັ້ງທີ 23 (ພາບ:VOV)  

ຕອນເຊົ້າວັນທີ 9 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມຄັ້ງທີ 23. ໂດຍໄດ້ດຳເນີນເປັນເວລາ 4 ວັນ, ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນ ໃສ່ຫຼາຍເນື້ອໃນສຳຄັນ ກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ XV.

ລາຍງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ການເງິນງົບປະມານໃນຊຸມເດືອນຕົ້ນປີ 2023, ທ່ານ ຫງວຽນຈີ໋ຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໃຫ້ຮູ້ວ່າ: ສະພາບການເສດຖະກິດ - ສັງຄົມ ຂອງເດືອນ ເມສາ ແລະ 4 ເດືອນຕົ້ນປີບັນລຸໄດ້ຫຼາຍໝາກຜົນຕັ້ງໜ້າ, ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ທ່ານກ່າວວ່າ:

“ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບເໝາະສົມ, ຕະຫຼາດເງິນຕາເປັກປົກກະຕິພໍສົມຄວນ, ເປັນເຈົ້າການໃນການບໍລິຫານນະໂຍບາຍເງິນຕາໜູນຊ່ວຍການຫລຸດຜ່ອນຄ່າດອກເບ້ຍເງິນກູ້, ຮັກສາອັດຕາແລກປ່ຽນເງິນຕາໃຫ້ເໝາະສົມກັບການຜັນແປຂອງຕະຫຼາດ; ຮັບປະກັນຄວາມປອດໄພ, ການຊຳລະຂອງລະບົບທະນາຄານ. ສຸມໃສ່ປ້ອງກັນ, ຕ້ານ, ຄວບຄຸມໂລກລະບາດ, ຮັບມືກັບພະຍາດໃໝ່ທີ່ອາດຈະເກີດຂຶ້ນ”.


top