ຂ່າວສານ

ຄະນະປະຈຳລັດຖະບານໂຮມປະຊຸມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid -19

ຕອນບ່າຍວັນທີ 24 ກຸມພາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid-19.

ຄະນະປະຈຳລັດຖະບານໂຮມປະຊຸມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid -19 (ພາບ: TTXVN)

ເມື່ອລາຍງານທີ່ກອງປະຊຸມ, ການນຳບັນດານະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ລ້ວນແຕ່ໃຫ້ຮູ້ວ່າ: ໄດ້ສະຖິຕິຈຳນວນແຂກທ່ອງທ່ຽວຕ່າງປະເທດຢ່າງຄົບຖ້ວນ, ເປັນຕົ້ນແມ່ນແຂກທ່ອງທ່ຽວມາຈາກ ສ.ເກົາຫຼີ. ຕໍ່ໜ້າສະພາບໂລກລະບາດທີ່ສັນສົນຢູ່ບາງປະເທດຄື: ສ.ເກົາຫຼີ, ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:

ບໍ່ປະໃຫ້ສະພາບໂລກລະບາດແຜ່ລະບາດເຂົ້າສູ່ ຫວຽດນາມ. ຈົ່ງສືບຕໍ່ຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ, ນັ້ນແມ່ນຄວາມຮຽກຮ້ອງ ແລະ ແມ່ນສິ່ງທີ່ພວກເຮົາຕ້ອງເປັນເຈົ້າການປະຕິບັດໃຫ້ໄດ້. ນີ້ແມ່ນຈຸດສຸມໃນການຊີ້ນຳຂອງລັດຖະບານ ແລະ ຂອງລະບົບການເມືອງຂອງ ຫວຽດນາມ ໃນສະພາບປັດຈຸບັນ.

(ແຫຼ່ງຄັດຈາກ VOV)


top