ຂ່າວສານ

ຄະນະປະຈຳລັດຖະບານຈັດກອງປະຊຸມກ່ຽວກັບໂຄງການເປົ້າໝາຍສະຫງວນໃຫ້ແກ່ຊາວຊົນເຜົ່າສ່ວນໜ້ອຍ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ, ຮັບຟັງບົດລາຍງານສະເໜີແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ- ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030.


 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ

(ພາບ: VGP)


ຕອນເຊົ້າວັນທີ 24 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ, ຮັບຟັງບົດລາຍງານສະເໜີແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ- ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030 ແລະ ບົດລາຍງານກ່ຽວກັບເລື່ອງສ້າງສຳເລັດຮ່າງຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບບັນຊີລາຍຊື່ວິສາຫະກິດປະຕິບັດການຖອນທຶນຮອດທ້າຍປີ 2020.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ນີ້ແມ່ນໜຶ່ງໃນ 3 ໂຄງການເປົ້າໝາຍແຫ່ງຊາດໃຫຍ່. ຄະນະກຳມະການຊົນເຜົ່າສືບຕໍ່ຮັບເອົາຄຳເຫັນທີ່ກອງປະຊຸມ, ສ້າງສຳເນົາເອກະສານໃຫ້ສົບບູນແບບ, ສ້າງບົດລາຍງານກ່ຽວກັບຂໍ້ສະເໜີແຜນນະໂຍບາຍລົງທຶນໂຄງການດັ່ງກ່າວ, ຮັບເອົາຄຳເຫັນຂອງລັດຖະບານ ເພື່ອຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດໂດຍໄວ.

ທ່ານນາຍົກລັດຖະມົນຕີເຫັນດີຕໍ່ເນື້ອໃນໂຄງການຄວນສຸມໃສ່ເລື່ອງໜູນຊ່ວຍການຫາເງິນລ້ຽງຊີບ, ປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ເຜົ່າສ່ວນໜ້ອຍ.

* ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຮືງອຽນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ເລື່ອງແຂວງ ຮືງອຽນ ໄດ້ປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ- 19 ໄດ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີສະເໜີທີ່ກອງປະຊຸມນີ້ວ່າ,   ການນຳແຂວງຄວນສະເໜີບັນດາກົນໄກ, ນະໂຍບາຍ ຊ່ວຍໃຫ້ແຂວງແກ້ໄຂຄວາມຫຍຸ້ງຍາກ ແລະ ສືບຕໍ່ພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ. ໂດຍສະເພາະແມ່ນພາຍຫຼັງໄລຍະໂລກລະບາດ.

 (ແຫຼ່ງຄັດຈາກ VOV)


top