ຂ່າວສານ

ຄະນະປະຈຳລັດຖະບານ ຫວຽດນາມ ຈັດກອງປະຊຸມກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ Covid-19

      ທີ່ກອງປະຊຸມຂອງຄະນະປະຈຳລັດຖະບານ ຫວຽດນາມ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ Covid-19 ໃນວັນທີ 05 ມີນາ, ຢູ່ສຳນັກງານ ລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດ Covid-19 ໄດ້ປະກາດວ່າ ປັດຈຸບັນ, ໂລກລະບາດ Covid-19 ໄດ້ເກີດຂຶ້ນຢູ່ 84 ປະເທດ ແລະ ເຂດແຄ້ວນໃນໂລກ. 

ກອງປະຊຸມຄະນະປະຈຳລັດຖະບານ ຫວຽດນາມ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ Covid-19 (ພາບ: (chinhphu.vn)
      ເນັ້ນໜັກເຖິງຄວາມສ່ຽງເຊື້ອພະຍາດລະບາດເຂົ້າ ຫວຽດນາມ ແມ່ນໃຫຍ່ຫລວງ, ຄະນະຊີ້ນຳສະເໜີ ໂຈະການຍົກເວັ້ນວິຊາຊົ່ວຄາວສຳລັບຊາວ ຫວຽດນາມ ພວມອາໄສຢູ່ຕ່າງປະເທດ ແລະ ໂຈະການຍົກເວັ້ນວິຊາກັບປະຊາຊົນປະເທດນັ້ນ. ເປັນປະທານກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ສະເໜີວ່າ:
        “ການແຍກຕົວດ້ວຍຫລາຍຮູບການແມ່ນຍຸດໂທບາຍສຳຄັນເພື່ອຮັບມື. ໃນນັ້ນ, ກຳລັງປະກອບອາວຸດ, ພິເສດແມ່ນກອງທັບ. ບາງທ້ອງຖິ່ນພ້ອມກັນມີຄວາມຮັບຜິດຊອບກະກຽມບັນດາສະຖານທີ່ ເພື່ອປະຕິບັດການແຍກຕົວ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕັກເຕືອນອີກຄັ້ງໜຶ່ງ ກ່ຽວກັບຄວາມຕັດສິນໃຈປະຕິບັດ 2 ເປົ້າໝາຍຂອງລັດຖະບານໃນປີນີ້; ພ້ອມທັງໃຫ້ຮູ້ວ່າ: ລັດຖະບານໄດ້ປຶກສາຫາລືຢ່າງລອບຄອບຖີ່ຖ້ວນ ແລະ ຈະຍົກອອກບັນດາມາດຕະການ, ລວມມີທັງບັນດານະໂຍບາຍປີງົບປະມານ, ເງິນຕາ, ບັນດາມາດຕະການຊຸກຍູ້ການຜະລິດດຳເນີນທຸລະກິດ.
 (ແຫຼ່ງຄັດຈາກ VOV)

top