ຂ່າວສານ

ຄະນະບໍລິຫານງານສູນກາງພັກ ເຫັນດີໃຫ້ສະຫາຍ ຫງວຽນຊວນຟຸກ ຢຸດດຳລົງຕຳແໜ່ງ

ວັນທີ 17 ມັງກອນ, ຢູ່ສໍານັກງານສູນກາງພັກ, ຄະນະບໍລິຫານງານ ສູນກາງພັກສະໄໝທີ XIII ໄດ້ຈັດການປະຊຸມພິຈາລະນາ ແລະ ໃຫ້ ຄຳເຫັນ ກ່ຽວກັບຄວາມປາຖະໜາ ຂອງ ສະຫາຍ ຫງວຽນຊວນຝຸກ, ກຳມະການກົມການເມືອງ, ກຳມະການຄະນະ ບໍລິຫານງານ ສູນ ກາງພັກ ສະໄໝທີ XIII, ປະທານປະເທດ ແຫ່ງ ສສ ຫວຽດນາມ, ປະ ທານສະພາປ້ອງກັນປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດ ອາຍຸການ 2021-2026 ຢຸດການດຳລົງຕໍາແໜ່ງ, ລາອອກຈາກ ວຽກງານ ແລະ ອອກກິນເບ້ຍບຳນານ.
ບັນດາຜູ້ແທນລົງຄະແນນສຽງໃນການປະຊຸມ. ພາບ: ຈີ໋ຢຸງ/VNA 

ໂດຍ​ອີງ​ໃສ່​ລະບຽບ​ການ​ຂອງ​ພັກ, ລັດ​ ໃນ​ປັດຈຸ​ບັນ ​ແລະ ພິຈາລະ ນາ​ເຖິງ​ຄວາມ​ປາຖະໜາ ​ຂອງ​ສະຫາຍ ຫງວຽນ​ຊວນ​ຟຸກ, ຄະນະ​ບໍລິ ຫານງານ​ສູນ​ກາງ​ພັກ ​ໄດ້​ເຫັນ​ດີ​ໃຫ້​ສະຫາຍ ຫງວຽນ​ຊວນ​ຟຸກ ລາ​ອອກ​ຈາກ​ຕຳ​ແໜ່​ງ​ ເປັນກຳມະການກົມການເມືອງ, ກຳມະການ ຄະ ນະບໍລິຫານງານສູນກາງພັກ ສະໄໝທີ XIII, ປະທານປະເທດແຫ່ງ ສສ ຫວຽດນາມ, ປະທານສະພາປ້ອງກັນປະເທດ ​ແລະ ຄວາມ​ໝັ້ນ ຄົງ​ແຫ່ງ​ຊາດ ອາຍຸ​ການ 2021-2026

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ໄດ້​ມອບ​ໃຫ້​ກົມ​ການ​ເມືອງ​ ຊີ້​ນຳ​ບັນ ດາ​ອົງການ ​ທີ່​ກ່ຽວຂ້ອງ​ປະຕິບັດ​ຕາມ​ລະບຽບ​ການ​ທີ່​ໄດ້​ກຳນົດ​ໄວ້.


top