ຂ່າວສານ

ຄະນະນັກຮຽນຫວຽດນນາມເຂົ້າຮ່ວມການພົວພັນແລກປ່ຽນບານເຕະຢູ່ລັດເຊຍ

ວັນທີ 30 ມິຖຸນາ, ຄະນະນັກສຶກສາຫວຽດນາມ (ຂຶ້ນກັບໂຄງການບານເຕະປະຊາຄົມຢູ່ຫວຽດນາມ - FFAV) ໄດ້ຮັບຄຳເຊື້ອເຊີນຈາກສະຫະພັນບານເຕະສາກົນ (FIFA) ເຂົ້າຮ່ວມງານບຸນບານເຕະ ຄວາມປາດຖະໜາ ເຊິ່ງໄດ້ຈັດຕັ້ງຢູ່ລັດເຊຍ ໃນລະຫວ່າງວັນທີ 26 ມິຖຸນາ ຫາວັນທີ 03 ກໍລະກົດ


ຄະນະນັກຮຽນຫວຽດນນາມເຂົ້າຮ່ວມການພົວພັນແລກປ່ຽນບານເຕະຢູ່ລັດເຊຍ

(ພາບ: TTXVN) 

ເນື່ອງໃນໂອກາດດຳເນີນງານມະຫາກໍບານເຕະ FIFA World Cup 2018, ໄດ້ເຂົ້າຮ່ວມການແຂ່ງຂັນບານເຕະຢູ່ຈາຕູລັດແດງ, ປະເທດລັດເຊຍ, ພ້ອມກັບ 48 ຄະນະທີ່ມາຈາກ 38 ປະເທດໃນໂລກ. ໃນໄລຍະຢູ່ລັດເຊຍ, ຄະນະຫວຽດນາມ ໄດ້ແນະນຳໃຫ້ເພື່ອນມິດສາກົນກ່ຽວກັບປະເທດຊາດ, ຊາວຫວຽດນາມ ຜ່ານບັນດາການສະແດງສິລະປະ, ບານເຕະ, ການປະພຶດທີ່ສະໜິດສະໜົມ… ການເຂົ້າຮ່ວມງານບຸນຄັ້ງນີ້ ບໍ່ພຽງແຕ່ສ້າງຄວາມມ່ວນຊື່ນຂອງພວກນ້ອງ, ຂອງ FFAV ເທົ່ານັ້ນ, ຫາກຍັງແມ່ນຄວາມເອກອ້າງຖະນົງໃຈຂອງບັນດາແຟນບານໃນທົ່ວປະເທດຫວຽດນາມ ອີກດ້ວຍ.

 

 (ແຫຼ່ງຄັດຈາກ VOV)
 

top