ຂ່າວສານ

ຄະນະນັກກິລາຫວຽດນາມ ເດີນທາງໄປກຳປູເຈຍ ເພື່ອເຂົ້າຮ່ວມງານມະຫະກຳກິລາຊີເກມຄັ້ງທີ 32

ຕອນເຊົ້າວັນທີ 3/5, ຢູ່ສະໜາມບິນສາກົນໂນ້ຍບ່າຍ (ຮ່າໂນ້ຍ), ຄະນະນັກກິລາຫວຽດນາມ ເກືອບ 140 ຄົນໄດ້ເດີນທາງໄປ ກຳປູເຈຍ ເພື່ອເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 32.
ຄະນະນັກກິລາຫວຽດນາມ ທີ່ເຂົ້າຮ່ວມຊີເກມຄັ້ງທີ 32

ນີ້ແມ່ນວັນອອກເດີນທາງທີ່ມີນັກກິລາຫຼາຍກ່ວາໝູ່ຂອງ ຄະນະກິລາຫວຽດນາມ ທີ່ເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 32, ລວມມີ: ຄະນະການນຳ, ພະນັກງານ, ຄູຝຶກ ແລະ ນັກກິລາຂອງຫຼາຍທີມຄື: ແປນກາກຊີລາດ, ມວຍຄາຣາເຕ ແລະ ກູນ ຂະແມ… ກ່າວຄຳເຫັນກ່ອນອອກເດີນທາງ, ທ່ານດັ້ງຮ່າຫວຽດ ຫົວໜ້າຄະນະນັກກິລາຫວຽດນາມ ໄດ້ສະແດງຄວາມຕັດສິນໃຈຂອງຄະນະກິລາຫວຽດນາມ ກ່ອນທີ່ຈະເຂົ້າຮ່ວມການແຂ່ງຂັນຢູ່ງານມະຫະກຳກິລາຊີເກມຄັ້ງທີ 32. ທ່ານກ່າວວ່າ:   

     “ໃນບັນຍາກາດທົ່ວປະເທດພວມຕ້ອນຮັບບັນດາວັນບຸນໃຫຍ່, ພິເສດແມ່ນຄະນະນັກກິລາຫວຽດນາມ ຍາດໄດ້ຫຼຽນຄຳດວງທຳອິດ, ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍ, ພ້ອມແລ້ວທີ່ຈະກະກຽມເຂົ້າຮ່ວມການແຂ່ງຂັນ. ນີ້ແມ່ນຫຼຽນຄຳດວງທຳອິດຂອງຄະນະຜູ້ແທນກິລາຫວຽດນາມ ແລະ ແມ່ນຫຼຽນຄຳດວງທຳອິດໃນງານມະຫາກຳກິລາຊີເກມຄັ້ງທີ 32.

 


top