ຂ່າວສານ

ຄະນະນັກກິລາ ຫວຽດນາມ ເດີນທາງໄປຍັງຍີ່ປຸ່ນ ເພື່ອເຂົ້າຮ່ວມ Olympic Tokyo 2020

      ຕອນຄ່ຳວັນທີ 18 ກໍລະກົດ, ຄະນະນັກກິລາ ຫວຽດນາມ ໄດ້ເດີນທາງໄປຍັງຍີ່ປຸ່ນ ເພື່ອເຂົ້າຮ່ວມງານມະຫາກຳກິລາລະດູແລ້ງ Tokyo 2020 (Olympic Tokyo 2020).
ຄະນະນັກກິລາ ຫວຽດນາມ (ພາບ: ກົມໃຫຍ່ກິລາກາຍຍະກຳ)
      ຖ້ຽວບິນມີໝາຍເລກ JL752 ໄດ້ໂດຍສານຄະນະນັກກິລາ ຫວຽດນາມ ເລີ່ມອອກເດີນທາງຢູ່ສະໜາມບິນ ໂນ້ຍບາຍ ໃນເວລາ 23 ໂມງ 20 ນາທີ (ຕາມເວລາ ຮ່າໂນ້ຍ) ໃນວັນທີ 18 ກໍລະກົດ ແລະ ລົງຈອດຢູ່ສະໜາມບິນ Narita, ຍີ່ປຸ່ນ ໃນເວລາ 6 ໂມງຂອງວັນທີ 19 ກໍລະກົດ (ຕາມເວລາທ້ອງຖິ່ນ). ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ Olympic Tokyo 2021 ລວມມີສະມາຊິກ 43 ຄົນ, ໃນນັ້ນມີນັກກິລາ 18 ຄົນ. ເປົ້າໝາຍຂອງກິລາ ຫວຽດນາມ ແມ່ນສູ້ຊົນຄ້ວາໄດ້ຫຼຽນກລາງວັນຢູ່ງານມະຫາກຳກິລາ.
(ແຫຼ່ງຄັດຈາກ VOV)


top