ຂ່າວສານ

ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫລວງເຮັດວຽກກັບຄະນະປະຈຳຄະນະພັກແຂວງ ລ້າງເຊີນ

      ແຂວງ ລ້າງເຊີນ ຄວນສືບຕໍ່ຕິດພັນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງກັບການຮັດແໜ້ນກົດລະບຽບວິໄນບໍລິຫານລັດ; ຍົກສູງບົດບາດຂອງຜູ້ນຳໜ້າໃນການປ້ອງກັນ, ຕ້ານການສໍ້ລາດບັງຫລວງ.

ທີ່ການເຮັດວຽກ
      ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ອວງຈູລືວ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ທີ່ການເຮັດວຽກໃນຕອນບ່າຍວັນທີ 29 ກັນຍາ ລະຫວ່າງຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງກັບຄະນະປະຈຳຄະນະພັກແຂວງ ລ້າງເຊີນ ກ່ຽວກັບການກວດກາ, ກະຕຸກຊຸກຍູ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລາວງໃນບໍລິເວນແຂວງ.
       ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານ ອວງຈູລືວ ໄດ້ຕີລາຄາສູງການຊີ້ນຳນຳພາຂອງຄະນະພັກແຂວງ ລ້າງເຊີນ ໃນການປະຕິບັດຊີ້ນຳຂອງສູນກາງສຳລັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ທ່ານ ອວງຈູລືວ ໄດ້ສະເໜີແຂວງ ລ້າງເຊີນ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງໃສ່ໃຈເຖິງການຊີ້ນຳນຳພາການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ທີ່ບໍ່ໄດ້ສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດຂອງທ້ອງຖິ່ນ.
  (ແຫຼ່ງຄັດຈາກ VOV)


top