ຂ່າວສານ

ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕ້ອນຮັບ 2 ຄອບຄົວອະດີດພະນັກງານສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ

ທ່ານ ຫງວຽນເຕື່ອງເລິມ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ປາດຖະໜາວ່າ ບັນດາສະຫາຍໃນຄະນະຂອງເພື່ອນລາວ ນີ້ເຖິງວ່າໄດ້ພັກບຳນານແລ້ວກໍ່ຕາມ, ແຕ່ຍາມໃດກໍ່ແມ່ນຂົວເຊື່ອມຕໍ່ມິດຕະພາບໃຫ້ແກ່ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ອົງການຈັດຕັ້ງຊາວໜຸ່ມຂອງ 2 ປະເທດ.

ທ່ານ ຫງວຽນເຕື່ອງເລິມ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ປາດຖະໜາວ່າ ບັນດາສະຫາຍໃນຄະນະຂອງເພື່ອນລາວ ນີ້ເຖິງວ່າໄດ້ພັກບຳນານແລ້ວກໍ່ຕາມ, ແຕ່ຍາມໃດກໍ່ແມ່ນຂົວເຊື່ອມຕໍ່ມິດຕະພາບໃຫ້ແກ່ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ອົງການຈັດຕັ້ງຊາວໜຸ່ມຂອງ 2 ປະເທດ.

    

2 ຄອບຄົວອະດີດພະນັກງານຖ່າຍຮູບທີ່ລະນຶກກັບຜູ້ແທນຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ

ຕອນເຊົ້າວັນທີ 31 ຕຸລາ, ທ່ານ ຫງວຽນເຕື່ອງເລິມ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຮອງຫົວໜ້າຜູ້ປະຈຳການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ 2 ຄອບຄົວອະດີດພະນັກງານສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ມາຢ້ຽມຢາມ, ຜັກຜ່ອນຢູ່ ຫວຽດນາມ.

        2 ຄອບຄົວອະດີດພະນັກງານດັ່ງກ່າວລວມມີ ສະຫາຍ ວັນດີ ມາດມານີຊົນ, ອະດີດຫົວໜ້າກົມອົບຮົມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ພັນລະຍາ; ສະຫາຍ ເພັດສະຫວັນ ສີຊານົນ, ອະດີດຮອງເລຂາຊາວໜຸ່ມແຂວງ ອັດຕະປື ແລະ ພັນລະຍາ.

        ທີ່ການຕ້ອນຮັບ, ທ່ານ ຫງວຽນເຕື່ອງເລິມ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ປາດຖະໜາວ່າ ບັນດາສະຫາຍໃນຄະນະຂອງເພື່ອນລາວ ນີ້ເຖິງວ່າໄດ້ພັກບຳນານແລ້ວກໍ່ຕາມ, ແຕ່ຍາມໃດກໍ່ແມ່ນຂົວເຊື່ອມຕໍ່ມິດຕະພາບໃຫ້ແກ່ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ອົງການຈັດຕັ້ງຊາວໜຸ່ມຂອງ 2 ປະເທດ. ທ່ານຫວັງວ່າ ບັນດາເພື່ອນສະຫາຍຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກ ແລະ ບຳລຸງສ້າງລຸ້ນໜຸ່ມ, ພະນັກງານຊາວໜຸ່ມ ລຸ້ນສືບທອດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ; ສຶກສາມູນເຊື້ອໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມກ່ຽວກັບສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.

        ສ່ວນທ່ານ ວັນດີ ມາດມານີຊົນ ປາດຖະໜາວ່າ ຊາວໜຸ່ມຂອງ 2 ປະເທດຈະມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເພື່ອຮັດແໜ້ນສາຍພົວພັນລະຫວ່າງ 2 ອົງການຈັດຕັ້ງຊາວໜຸ່ມ ແລະ ຊາວໜຸ່ມຂອງ 2 ປະເທດກວ່າອີກ, ພິເສດແມ່ນໃນປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດສຳລັບ 2 ປະເທດ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)


top