ຂ່າວສານ

ຄະນະກໍາມະການເລືອກຕັ້ງ ໄທ ປະກາດບັນຊີລາຍຊື່ຜູ້ສະໝັກຫາສຽງເລືອກຕັ້ງເປັນນາຍົກລັດຖະມົນຕີ

ໃນບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນທາງການນັ້ນ ໄດ້ລະບຸຊື່ຂອງທ່ານນາຍົກລັດຖະມົນຕີ ປະຢຸດ ຈັນໂອຊ.

ທ່ານນາງ ອຸບົນ ຣັດຕະນະ (ພາບ: vtc.vn) 

ວັນທີ 11 ກຸມພາ, ຄະນະກໍາມະການເລືອກຕັ້ງ ໄທ ໄດ້ໃຫ້ສັດຕະຍາບັນບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນນາຍົກລັດຖະມົນຕີ 69 ທ່ານ ຈາກ 45 ພັກ ໃນການປ່ອນບັດເລືອກຕັ້ງ ເຊິ່ງຈະດໍາເນີນໃນວັນທີ 24 ມີນາ ຈະມາເຖິງ ຢູ່ປະເທດນີ້. ໃນບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນທາງການນັ້ນ ໄດ້ລະບຸຊື່ຂອງທ່ານນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ, ຜູ້ທີ່ໄດ້ຮັບການສະເໜີຈາກພັກພະລັງປະຊາລັດ ແລະ ບໍ່ລະບຸຊື່ທ່ານນາງ ອຸບົນ ຣັດຕະນະ, ອາຍຸ 67 ປີ ເຊິ່ງເປັນເອື້ອຍຂອງສົມເດັດພະເຈົ້າຢູ່ຫົວ ມະຫາ ວາຈິຣາລົງກອນ.

(ແຫຼ່ງຄັດຈາກ VOV)


top