ຂ່າວສານ

ຄະນະກິລາຫວຽດນາມປະຕິບັດສໍາເລັດໜ້າທີ່ ທີ່ວາງອອກ ຢູ່ ງານມະຫາກໍາກິລາ ASIAD 2018

ຕອນເຊົ້າວັນທີ 30 ສິງຫາ, ຢູ່ໝູ່ບ້ານນັກກິລາ  ASIAD 2018, ການນໍາຄະນະນັກກິລາຫວຽດນາມ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບຜົນງານຂອງບັນດານັກກິລາ ຢູ່ງານມະຫາກໍາກິລາ ASIAD.

ທ່ານເຈິ່ນດຶກເຟີ໋ນ ຕອບສໍາພາດຕໍ່ນັກຂ່າວຢູ່ກອງປະຊຸຸມຂ່າວວັນທີ 30 ສິງຫາ 

ມາຮອດຈຸດເວລານີ້, ເຖິງວ່າ ASIAD 2018 ຍັງບໍ່ທັນສິ້ນສຸດລົງກໍຕາມ ແຕ່ຄະນະນັກກິລາຫວຽດນາມ ກໍໄດ້ປະຕິບັດສໍາເລັດໜ້າທີ່ ທີ່ໄດ້ວາງອອກ ກ່ອນການເດີນທາງໄປແຂ່ງຂັນ. ເມື່ອຕີລາຄາສັງລວມກ່ຽວກັບຜົນງານຢູ່ງານມະຫາກໍາກິລາຄັ້ງນີ້, ທ່ານເຈິ່ນດຶກເຟີ໋ນ ຮອງຫົວໜ້າກົມໃຫຍ່ກິລາກາຍະກໍາ, ຫົວໜ້າຄະນະກິລາຫວຽດນາມເຂົ້າຮ່ວມ ASIAD 2018 ໃຫ້ຮູ້ວ່າ:

        “ກ່ອນທີ່ຈະເດີນທາງໄປແຂ່ງຂັນຢູ່ ງານມະຫາກໍາກິລາ ASIAD 2018, ຄະນະນັກກິລາໄດ້ວາງອອກຄາດໝາຍສໍາຄັນ, ຕ້ອງຄວ້າໄດ້ຫຼຽນຄໍາໃນປະເພດກິລາໜຶ່ງ ດ້ວຍຄາດໝາຍທີ່ວາງອອກຄືດັ່ງນັ້ນ, ຫວຽດນາມຄວ້າໄດ້ 2 ຫຼຽນຄໍາ ໃນລາຍການແຂ່ງຂັນ rowing  ແລະ ສໍາຄັນແມ່ນ ຫຼຽນຄໍາໃນການແຂ່ງຂັນແລ່ນແລະລານ. ໄປຄຽງຄູ່ກັນນັ້ນ ແມ່ນການແຂ່ງຂັນ silat ຂອງປະເທດເຈົ້າພາບ, ເປັນຄັ້ງທໍາອິດທີ່ໄດ້ນໍາເຂົ້າແຂ່ງຂັນຢູ່ ASIAD. ດ້ວຍ ຫຼຽນຄໍາ 4 ຫຼຽນນີີ້ ຄະນະກິລາຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່”.

(ແຫຼ່ງຄັດຈາກ VOV)



top