ຂ່າວສານ

ຄະນະກຳມະການປະສົມ ແລະ ປຶກສາຫາລືດ້ານການເມືອງຫວຽດນາມ - ມາຣົກ

ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບ ຄວນຍູ້ແຮງການແລກປ່ຽນດ້ານການຄ້າ ແລະ ການລົງທຶນສອງຝ່າຍໃຫ້ດີກວ່າອີກ

ກອງປະຊຸມຄັ້ງທີ 4 ຄະນະກຳມະການປະສົມຫວຽດນາມ - ມາຣົກ ແລະ ປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດຢູ່ຮ່າໂນ້ຍ  

ໃນລະຫວ່າງວັນທີ 23 – 24 ເມສາ 2018, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫວູຮົ່ງນາມ ແລະ ທ່ານນາງ ລັດຖະມົນຕີຂຶ້ນກັບກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນລາຊະອານາຈັກມາຣົກ Mounia Boucetta, ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການປະສົມຫວຽດນາມ - ມາຣົກ ແລະ ປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບ ຄວນຍູ້ແຮງການແລກປ່ຽນດ້ານການຄ້າ ແລະ ການລົງທຶນສອງຝ່າຍໃຫ້ດີກວ່າອີກ ໂດຍຜ່ານເລື່ອງເພີ່ມທະວີການພົບປະແລກປ່ຽນບັນດາຄະນະວິສາຫະກິດ ເພື່ອຊອກຮູ້ຕະຫຼາດ ແລະ ພ້ອມກັນຮ່ວມມືພັດທະນາບັນດາໂຄງການຢູ່ບັນດາປະເທດອາຟະລີກາອື່ນໆອີກ. ສອງປະເທດຢືນຢັນຄືນວ່າ ຈະສືບຕໍ່ແລກປ່ຽນບັນດາໂຄງການທຶນການສຶກສາລະດັບມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລ ແລະ ເຫັນດີເອກະສັນນຳກັນວ່າ ຈະຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ ແລະບຳລຸງສ້າງ ຜ່ານການລົງນາມໃນບັນດາຂໍ້ຕົກລົງຮ່ວມມືລະຫວ່າງບັນດາຮາກຖານຄົ້ນຄວ້າຂອງສອງປະເທດ, ແລກປ່ຽນບັນດາຄະນະນັກຄົ້ນຄວ້າ, ຈັດຕັ້ງກອງປະຊຸມສໍາມະນາດ້ານວິຊາການ.

(ແຫຼ່ງຄັດຈາກ VOV)


top