ຂ່າວສານ

ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ

ວັນທີ 16 ສິງຫາ, ທີ່ນະຄອນ ຮ່າຕີ໊ງ (ແຂວງ ຮ່າຕີ໊ງ), ຄະນະຜູ້ແທນຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການພົບປະເຈລະຈາ, ແລກປ່ຽນບົດຮຽນກັບຄະນະຜູ້ແທນຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ.

  ການພົບປະເຈລະຈາ (ພາບ: baohatinh.vn)

 ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ເຈິ່ນເກິ໋ມຕູ໊, ປະທານຄະນະກຳມະການກວດກາສູນກາງພັກເນັ້ນໜັກວ່າ: ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ສືບຕໍ່ປະຕິບັດຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ, ຂໍ້ຕົກລົງການຮ່ວມມືລະຫວ່າງ 2 ຄະນະກຳມະການກວດກາຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
(ແຫຼ່ງຄັດຈາກ VOV)

top