ວັນທີ 27 ມິຖຸນາ, ຄະນະກວດກາ ເລກ 3 ກະຊວງປ້ອງກັນປະເທດ, ນໍາໂດຍທ່ານພົນຕີ ເລກວາງດ້າວ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ລົງກວດກາໝາກຜົນການປະຕິບັດໜ້າທີ່ 6 ເດືອນຕົ້ນປີ 2026 ຢູ່ກອງພັນໃຫຍ່ 20 (ກອງພົນ 330, ທະຫານເຂດ 9), ຄ້າຍທະຫານຊາຍແດນດ່ານສາກົນຮ່າຕຽນ, ຄ້າຍທະຫານຊາຍແດນລີ່ງຮີ່ງ ແລະກອງບັນຊາການທະຫານຊາຍແດນແຂວງອານຢາງ.
ທ່ານພົນຕີ ເລກວາງດ້າວ ຮັບຮູ້ການສົມທົບຢ່າງແໜ້ນແຟ້ນຂອງ ກອງພັນໃຫຍ່ 20 ກັບບັນດາກໍາລັງ, ເປັນເສນາທິການຢ່າງທັນການ, ແກ້ໄຂສະພາບການຢ່າງມີປະສິດທິຜົນ, ຮັກສາບໍລິເວນໄວ້ຢ່າງໝັ້ນຄົງ; ຮຽກຮ້ອງກອງພັນໃຫຍ່ ສືບຕໍ່ຊາບຊຶມໜ້າທີ່ກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ກວດກາຄືນ; ຄຸ້ມຄອງ, ນໍາໃຊ້ອາວຸດ, ອຸປະກອນເຕັກນິກຢ່າງປອດໄພ, ຖືກຕ້ອງຕາມຂໍ້ກຳນົດ; ພ້ອມທັງປ່ຽນແປງໃໝ່ວຽກງານພະນັກງານ, ຕີລາຄາ, ແບ່ງປະເພດຕິດກັບໝາກຜົນການປະຕິບັດໜ້າທີ່ ເພື່ອສ້າງຖັນແຖວພະນັກງານຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່.
ທ່ານພົນຕີ ເລກວາງດ້າວ ເຮັດວຽກກັບກອງບັນຊາການທະຫານຊາຍແດນແຂວງອານຢາງ. ພາບ: qdnd.vn
ສ່ວນກອງບັນຊາການທະຫານຊາຍແດນແຂວງອານຢາງ, ຄ້າຍທະຫານຊາຍແດນ ດ່ານສາກົນຮ່າຕຽນ ແລະຄ້າຍທະຫານຊາຍແດນລີ່ງຮີ່ງ, ທ່ານພົນຕີ ເລກວາງດ້າວ ຍ້ອງຍໍຊົມເຊີຍໝາກຜົນບັນລຸໄດ້ໃນການປົກປັກຮັກສາອະທິປະໄຕ, ປ້ອງກັນຄວາມສະຫງົບຊາຍແດນ; ການຄຸ້ມຄອງການເຄື່ອນໄຫວການເຂົ້າ-ອອກເມືອງຢ່າງເຄັ່ງຄັດ; ຕໍ່ສູ້ກັບອາດຊະຍາກຳປະເພດຕ່າງໆ ຢ່າງມີປະສິດທິຜົນ ແລະສ້າງ “ທ່າຮົບໃນໃຈປະຊາຊົນ” ຢ່າງໝັ້ນແກ່ນ.
ທ່ານພົນຕີ ເລກວາງດ້າວ ຮຽກຮ້ອງບັນດາກົມກອງສືບຕໍ່ກວດກາຄືນ, ສໍາເລັດແຜນການສູ້ຮົບກັບທີ່ເໝາະສົມກັບແຕ່ລະບໍລິເວນ; ເພີ່ມທະວີການລາດຕະເວນ, ຄວບຄຸມ, ປົກປັກຮັກສາອະທິປະໄຕ, ປ້ອງກັນຄວາມສະຫງົບຊາຍແດນຢ່າງໝັ້ນຄົງ; ຕໍ່ສູ້ກັບອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ, ຍູ້ແຮງການຕ້ານການຂຸດຄົ້ນສິນທະເລ ຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຕາມຂໍ້ກໍານົດ (IUU); ພ້ອມທັງສ້າງແບບແຜນຕາມລະບຽບຫຼວງ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈໃຫ້ແກ່ພະນັກງານ, ນັກຮົບ.