ຂ່າວສານ

ຄະນະ ສະໂລວາກີ ຄວ້າໄດ້ລາງວັນທີ 1 ທົ່ວຄະນະໃນງານແຂ່ງຂັນວົງດົນຕີປະສານສຽງສາກົນ ຫວຽດນາມ ຄັ້ງທີ 7 - ໂຮ້ຍອານ 2023

ງານແຂ່ງຂັນແມ່ນການພົບປະຂອງບັນດາຜູ້ມັກຮັກສິລະປະປະສານສຽງດົນຕີ, ພ້ອມທັງເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳບັນດາເຜົ່າ, ເພີ່ມທະວີສາຍພົວພັນມິດຕະພາບ.
  ທີ່ງານແຂ່ງຂັນກຸ່ມປະສານສຽງດົນຕີສາກົນ ຫວຽດນາມ ຄັ້ງທີ 7 (ພາບ: TTXVN)  

ວັນທີ 05 ເມສາ, ງານແຂ່ງຂັນກຸ່ມປະສານສຽງດົນຕີສາກົນ ຫວຽດນາມ ຄັ້ງທີ 7 ໂດຍຄະນະກຳມະການປະຊາຊົນນະຄອນ ໂຮ້ຍອານ (ແຂວງ ກວາງນາມ) ສົມທົບກັບອົງການຈັດຕັ້ງ Interkultur (ສ.ເຢຍລະມັນ) ຈັດຂຶ້ນ, ໄດ້ອັດລົງຢູ່ນະຄອນ ໂຮ້ຍອານ. ງານແຂ່ງຂັນແມ່ນການພົບປະຂອງບັນດາຜູ້ມັກຮັກສິລະປະປະສານສຽງດົນຕີ, ພ້ອມທັງເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳບັນດາເຜົ່າ, ເພີ່ມທະວີສາຍພົວພັນມິດຕະພາບ, ນ້ຳໃຈຄວາມສາມັກຄີ ແລະ ການຮ່ວມມືພົບປະແລກປ່ຽນສາກົນ. ນອກນັ້ນ, ງານແຂ່ງຂັນກໍ່ແມ່ນໂອກາດເພື່ອແຜ່ກະຈາຍ, ແລກປ່ຽນບົດຮຽນຂອງຮູບແບບສິລະປະທີ່ເປັນເອກະລັກສະເພາະພິເສດລະຫວ່າງ ຫວຽດນາມ ກັບບັນດາປະເທດໃນໂລກ, ພ້ອມທັງ, ສ້າງຄວາມຕິດພັນຂອງນ້ຳໃຈມິດຕະພາບ ແລະ ພົບປະແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດ.

ໃນເວລາຈັດງານແຂ່ງຂັນ (02-05 ເມສາ), ມີຜູ້ບັນຊາວົງດົນຕີ, ນັກສິລະປິນ ແລະ ນັກດົນຕີ ເກືອບ 600 ຄົນຂອງ 18 ຄະນະທີ່ມາຈາກ 7 ປະເທດ ແລະ ເຂດແຄ້ວນໃນໂລກ, ລວມມີ: ອິນເດຍ, ມາເລເຊຍ, ຊະອຸດີ ອາຣາເບຍ, ໄທ, ຫວຽດນາມ, ອິນໂດເນເຊຍ, ສະໂລວາກີ ໄດ້ແຂ່ງຂັນໃນ 13 ປະເພດ. ໝາກຜົນແມ່ນ, ຄະນະ ສະໂລວາກີ ຄວ້າໄດ້ລາງວັນທີ 1 ທົ່ວຄະນະ.

 


top