ຂ່າວສານ

ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອ​ງ​ບັນ​ດ​າ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ - ສະ​ພາ​​ການລົງ​ທຶ​ນ​ອາ​ຊຽນ​ໃນ​ບັນ​ດາ​ອະ​ນຸ​ສັນ​ຍາ

ບັນດາລັດຖະມົນຕີກໍ່ສະແດງຄວາມຊົມເຊີຍຕໍ່ເລື່ອງປະຕິບັດການເຊັນອະຍຸສັນຍາ ທີ 4 ສະບັບປັບປຸງ ACIA ໃຫ້ສຳເລັດໃນວັນທີ 15 ກໍລະກົດ ປີ 2020. 

ກອງປະຊຸມລັດຖະມົນຕີເສດຖະກິດ - ສະພາການລົງທຶນອາຊຽນຄັ້ງທີ 23  (ພາບ: cand.com.vn)

ຢູ່ກອງປະຊຸມລັດຖະມົນຕີເສດຖະກິດ - ສະພາການລົງທຶນອາຊຽນຄັ້ງທີ 23 ທີ່ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 25 ສິງຫາ ຢູ່ຮ່າໂນ້ຍ, ບັນດາລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ອະນຸສັນຍາທີ 2 ແລະ ອະນຸສັນຍາທີ 3 ສະບັບປັບປຸງສັນຍາການລົງທຶນຢ່າງຮອບດ້ານ ອາຊຽນ (ACIA), ມີຜົນສັກສິດໃນວັນທີ 18 ມິຖຸນາ ປີ 2020, ພາຍຫຼັງ ຄະນະເລຂາທິການອາຊຽນ ຮັບໄດ້ເອກະສານສະບັບຕ່າງໆທີ່ໄດ້ຮັບການອະນຸມັດຜ່ານ. ບັນດາລັດຖະມົນຕີກໍ່ສະແດງຄວາມຊົມເຊີຍຕໍ່ເລື່ອງປະຕິບັດການເຊັນອະຍຸສັນຍາ ທີ 4 ສະບັບປັບປຸງ ACIA ໃຫ້ສຳເລັດໃນວັນທີ 15 ກໍລະກົດ ປີ 2020. ອະນຸສັນຍາສະບັບນີ້ໄດ້ກຳນົດເພີ່ມເຕີມພັນທະ TRIMs – Plus ຫ້າມຈັດວາງຄວາມຮຽກຮ້ອງເຄື່ອນໄຫວສຳລັບບັນດາບ້ວງເງິນລົງທຶນເຂົ້າ ACIA.
(ແຫຼ່ງຄັດຈາກ VOV)

top