79 ປີຜ່ານມາ, ພັກ ແລະ ລັດ ຍາມໃດກໍ່ກຳນົດວຽກງານເບິ່ງແຍງດູແລຜູ້ມີຄຸນງາມຄວາມດີແມ່ນໜ້າທີ່ການເມືອງຈຸດສຸມ, ສະແດງໃຫ້ເຫັນສິນທຳ ກິດເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947-27/7/2026), ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມໄດ້ປະສານສົມທົບກັບກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ໜັງສືພິມ ເຍິນເຢິນ, ໂທລະພາບແຫ່ງຊາດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຈັດກອງປະຊຸມສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດ ທົ່ວປະເທດໃນປີ 2026 ແລະ ປຸກລະດົມຂະບວນການຍູ້ແຮງການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ກອງປະຊຸມ ມີການເຂົ້າຮ່ວມຂອງຜູ້ແທນ 310 ຄົນເຊິ່ງແມ່ນຜູ້ມີຄຸນງາມຄວາມດີ ແລະ ພໍ່ແມ່ພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ທີ່ມາຈາກ 34 ແຂວງ, ນະຄອນ ໃນທົ່ວປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ: 79 ປີຜ່ານມາ, ພັກ ແລະ ລັດ ຍາມໃດກໍ່ກຳນົດວຽກງານເບິ່ງແຍງດູແລຜູ້ມີຄຸນງາມຄວາມດີແມ່ນໜ້າທີ່ການເມືອງຈຸດສຸມ, ສະແດງໃຫ້ເຫັນສິນທຳ ກິດເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ. ທ່ານ ເນັ້ນໜັກວ່າ:
ຕ້ອງສືບຕໍ່ປະຕິບັດວຽກງານເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ເປັນຢ່າງດີກ່ວາອີກ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ສຶກສາມູນເຊື້ອຮັກຊາດໃຫ້ແກ່ຄົນລຸ້ນໜຸ່ມ, ສ້າງກຳລັງໜູນທາງດ້ານຈິດໃຈອັນຍິ່ງໃຫຍ່ໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນໄລຍະໃໝ່.