ຂ່າວສານ

ຄວາມ​ເປັນ​ເອ​ກະ​ລັກ​ໃນງານ​ແຂ່ງ​ຂັນ​ຊ່ວງ​ເຮືອ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ເມືອງ ກ​ຣົງ​ ອາ​ນາ, ແຂວງ ດັກ​ລັກ

ງານແຂ່ງຂັນຊ່ວງເຮືອທີ່ເປັນມູນເຊື້ອນີ້ໄດ້ດຳເນີນມາແຕ່ປີ 1994 ມາຮອດປັດຈຸບັນ ແມ່ນຈຸດຄວາມງາມທີ່ເປັນເອກະລັກໃນຊີວິດວັດທະນະທຳຂອງປະຊາຊົນ ກວາງນາມ ທີ່ຍັງຮັກສາໄວ້ ເມື່ອມາກໍ່ຮ່າງສ້າງຕົວ, ສ້າງເສດຖະກິດໃໝ່ຢູ່ເມືອງ ກຣົງ ອານາ.
ງານແຂ່ງຂັນຊ່ວງເຮືອທີ່ເປັນມູນເຊື້ອຂອງເມືອງ ກຣົງ ອານາ ຄັ້ງທີ 30, ປີ 2025 (ພາບ: TTXVN)

ວັນທີ 04 ກຸມພາ, ຢູ່ເທດສະບານ ບວນເຈິບ, ເມືອງ ກຣົງ ອານາ (ດັກລັກ) ໄດ້ຈັດງານແຂ່ງຂັນຊ່ວງເຮືອທີ່ເປັນມູນເຊື້ອຂອງເມືອງ ກຣົງ ອານາ ຄັ້ງທີ 30, ປີ 2025. ງານແຂ່ງຂັນປີນີ້ ມີການເຂົ້າຮ່ວມຂອງເຮືອ 12 ລຳ ດ້ວຍຈຳນວນນັກກິລາ 250 ຄົນ ທີ່ມາຈາກຕາແສງຕ່າງໆໃນເມືອງ.

        ທ່ານ ຮວ່າງມິງຢາມ, ຮອງປະທານຄະນະກຳມະການປະຊາຊົນ ເມືອງ ກຣົງ ອານາ, ຫົວໜ້າຄະນະຈັດຕັ້ງງານແຂ່ງຂັນໃຫ້ຮູ້ວ່າ: ຫຼາຍປີຜ່ານມາ, ວຽກງານອະນຸລັກຮັກສາ ແລະ ພັດທະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ງານແຂ່ງຂັນຊ່ວງເຮືອທີ່ເປັນມູນເຊື້ອນີ້ໄດ້ດຳເນີນມາແຕ່ປີ 1994 ມາຮອດປັດຈຸບັນ ແມ່ນຈຸດຄວາມງາມທີ່ເປັນເອກະລັກໃນຊີວິດວັດທະນະທຳຂອງປະຊາຊົນ ກວາງນາມ ທີ່ຍັງຮັກສາໄວ້ ເມື່ອມາກໍ່ຮ່າງສ້າງຕົວ, ສ້າງເສດຖະກິດໃໝ່ຢູ່ເມືອງ ກຣົງ ອານາ.


top